ຕະຫຼາດ Forex ຖ້າໂລບເງິນຫມົດແນ່ນອນ ! ຫຼື ເສຍ Forex ແທ້ ຕະຫຼາດ Forex ຄືຕະຫຼາດການຄ້າການລົງທຶນທີ່ມີມູນຄ່າໃນຕະຫລາດຫຼາຍທີ່ສຸດ ແລະ ເປັນຕະຫຼາດທີ່ນ່າລົງທຶນ ນ່າສົນໃຈຫຼາຍທີ່ສຸດ ສຳຫຼັບນັກລົງທຶນນັກເກງກຳໄລ ທັ້ງລາວ ແລະ ຊາວຕ່າງຊາດຕ່າງສົນໃຈທີ່ຈະເຂົ້າມາລົງທຶນກັນທັ້ງນັ້ນ ແຕ່ຈະມີຈັກຄົນທີ່ລົງທຶນແລ້ວເຫັນຜົນ ແລະ ສາມາດທີ່ຈະຢູ່ໃນຕະຫຼາດນີ້ໄດ້ຢ່າງຍາວນານ ມັນມີບໍ່ຫຼາຍຄົນເພາະວ່າຍ້ອນຫຍັງ? ກໍ່ເພາະວ່າບໍ່ສາມາດທີ່ຈະເອົາຊະນະຄວາມໂລບຂອງຕົນເອງໄດ້ຫຼາຍກວ່າ ສຸດທ້າຍກໍ່ຢູ່ໃນຕະຫຼາດ Forex ໄດ້ບໍ່ດົນເພາະວ່າອາລົມເລື່ອງຂອງຄວມໂລບເປັນສາເຫດນັ້ນເອງ.

ຕະຫຼາດ Forex ຖ້າໂລບເງິນຫມົດແນ່ນອນ !!!!

ນອກຈາກຄວາມໂລບແລ້ວຄວາມຄຽດໃນການເທຣດ Forex ກໍ່ເປັນອີກສາເຫດຫນື່ງທີ່ເຮັດໃຫ້ຫຼາຍຄົນລົ້ມເຫລວໃນຕະຫຼາດ Forex ເຮັດໃຫ້ຖືກ Forex ປຸ້ນເງິນໄປຫຼາຍຕໍ່ຫຼາຍເທື່ອ ເພາະວ່າບາງຄົນຄຽດຫຼາຍໃນການເທຣດ ນັ່ງເຝົ້າຫນ້າຈໍທັ້ງມື້ທັ້ງຄືນ ບາງຄົນລົງເງິນແທ້ໄປຫຼາຍໂດລາ ບາງຄົນຝັນຫວານສ້າງວິມານວ່າ ຈະໄດ້ລາຍໄດ້ໂດຍບໍ່ຕ້ອງເຮັດວຽກ ຫຼື ວ່າໄດ້ລາຍໄດ້ຈາກການເທຣດ Forex ແບບຈະເຮັດໃຫ້ຕົນເອງມີເງິນເປັນກ້ອນເປັນກຳ ຊຶ່ງມັນເປັນໄປບໍ່ໄດ້ ຕະຫຼາດມັນຈະມີທັງຂຶ້ນ ແລະ ລົງ ແລ້ວຈະມີບ່ອນໃດທີ່ຈະເທຣດແລ້ວໄດ້ກຳໄລຕະຫຼອດເວລາ ດັ່ງນັ້ນກ່ອນທີ່ໃຜຕໍ່ໃຜຫຼາຍໆຄົນຈະສະຕິຫຼຸດໄປ ດັ່ງນັ້ນຕ້ອງມາລອງເຮັດຄວາມເຂົ້າໃຈ Forex ກັນໃຫມ່ວ່າມັນເປັນແບບໃດແລ້ວຈະເທຣດແບບໃດ ຈຶ່ງຈະໄດ້ເງິນໄລຍະຍາວ ແລະ ບໍ່ໄດ້ລວຍບາດດຽວ ມັນສະສົມກັນໄປເລື່ອຍໆຫຼາຍກວ່າ ດັ່ງນັ້ນການເທຣດ ແລະ ຫວັງລວຍໃນຄັ້ງດຽວມັນຈື່ງບໍ່ມີເລີຍ

ຫາກບໍ່ຢາກທີ່ຈະເປັນຄົນຂາດທຶນ ແລະ ບໍ່ປ່ອຍໃຫ້ຄວາມໂລບເຂົ້າມາຄວບຄຸມໃນການເທຣດນັ້ນຕອງເຮັດຕາມຂັ້ນຕອນນີ້ຄື:

*ຕ້ອງຍອມຮັບຂໍ້ຜິດພາດໃນການເທຣດຂອງຕົນເອງໃຫ້ໄດ້ຕ້ອງ Stop Loss ໃຫ້ເປັນຕັດສິນໃຈໃຫ້ໄວ ບໍ່ແມ່ນເມື່ອເສຍແລ້ວຈະເອົາຄືນສຸດທ້າຍ ເມື່ອຈະເອົາຊະນະ ສຸດທ້າຍມັນກໍ່ຫມົດໂຕກໍ່ມີ ດັ່ງນັ້ນໃນເລື່ອງຂອງການກຳນົດຂອບເຂດເອົາໄວ້ວ່າການລົງທຶນຄັ້ງນີ້ຂອງເຮົາຈະລົງທຶນເທົ່າໃດ ຫາກໄດ້ກຳໄລຈະໄດ້ເທົ່າໃດ ແລະ ຫາກຂາດທຶນຈະຂາດທຶນເທົ່າໃດ ຈະຊ່ວຍໃຫ້ເຮົາວາງແຜນ ແລະ ສາມາດທີ່ຈະຍອມຮັບການຕັດສິນໃຈຜິດພາດ ດັ່ງນັ້ນເທັກນິກໃນການທີ່ຈະຟ້າວ Stop Loss ໃນອໍເດີ້ທີ່ເຈົ້າເຂົ້າພາດ ຈະເຮັດໃຫ້ບໍ່ຕ້ອງເສຍເວລາຖ້າໃຫ້ກຣາບສະວິ້ງກັບມາ ແລະ ມີໂອກາດເຮັດກຳໄລໃຫມ່ໄດ້ດີກວ່າການລໍຖ້າໃຫ້ກຣາບລາຄາສະວິ້ງກັບມາຊຶ່ງອາດຈະເຮັດໃຫ້ພ໊ອດລົງທຶນເສຍຫາຍໜັກ ຫາກຍິ່ງລໍຖ້າໄປດົນ ເທັກນິກນີ້ຈື່ງສຳຄັນຫຼາຍ.

*ຕ້ອງຮູ້ຈັກຢຸດເມື່ອຮູ້ຕົວເອງແລ້ວວ່າເທຣດຂາດທຶນ ແນ່ນອນວ່າການເທຣດບໍ່ມີດອກທີ່ຈະເທຣດຊະນະທຸກຄົນ ຕະຫຼາດມັນມີຄວາມຜັນຜວນມີຂຶ້ນມີລົງ ຂະຫນາດເທຣດເດີມືອາຊີບຍັງເທຣດຜິດກັນຫຼາຍຄັ້ງ ດັ່ງນັ້ນທຸກຄົນມີໂອກາດຂາດທຶນ ເຮັດໃຫ້ເກີດຄວາມຮູ້ສຶກດ້ານລົບ ແລະ ທໍ້ແທ້ໃຈ ດັ່ງນັ້ນເມື່ອຮູ້ຕົນເອງແພ້ແລ້ວກໍ່ຄວນອອກຈາກເກມຄືປິດຄອມພິວເຕີ ປິດກຣາບ ເພື່ອໃຫ້ຜ່ອນຄາຍຢຸດເທຣດ ພັກຜ່ອນໄປຫາຍັງເຮັດໃຫ້ຜ່ອນຄາຍສະຫມອງ ບໍ່ເຕີມເງິນເຂົ້າໄປລົງທຶນອີກເພາະອາລົມຄວາມຄຽດຍັງມີຢູ່ ເຮັດໃຫ້ສ່ຽງຕໍ່ການຂາດທຶນໄດ້ ຄວນຢຸດພັກໃນການເທຣດໄລຍະຫນື່ງເພື່ອທີ່ຈະສະຫງົບສະຕິອາລົມແລ້ວທົບທວນເຖິງຂໍ້ຜິດພາດພ້ອມກັບບັນທຶກໄວ້ເພື່ອເປັນບົດຮຽນ.

*ເມື່ອເທຣດຜິດພາດຫຼາຍກວ່າ 3 ຄັ້ງຄວນທີ່ຈະປິດພອດແທ້ ແລ້ວໄປເທຣດໃນບັນຊີເດໂມໃຫ້ຊ່ຽວຊານກ່ອນຄ່ອຍກັບມາເທຣດໃຫມ່ຈະໄດ້ຜົນງານທີ່ດີກວ່າເກົ່າ

*ຝຶກຄວບຄຸມຈິດໃຈບໍ່ໃຫ້ໂລບໄດ້ຕາມເປົ້າໝາຍແລ້ວຕ້ອງຢຸດ ແລະ ບໍ່ຄວນເທຣດໄປເລື່ອຍໆເທົ່າກັບວ່າບໍ່ສາມາດທີ່ຈະຄອບຄຸມອາລົມໃນການເທຣດໄດ້ແມ້ວ່າໃນມື້ນັ້ນຈະເທຣດໄດ້ກຳໄລກໍ່ຕາມ

*ຝຶກຝົນໃນເລື່ອງຂອງຈິດຕະວິທະຍາເທຣດໃຫ້ດີ ແລະ ໃຊ້ເທັກນິກການບໍລິຫານເງິນເຂົ້າຊ່ວຍ

*ບໍ່ມີສູດສຳເລັດຕາຍໂຕໃນການເທຣດແຕ່ລະຄັ້ງຄວນໃຊ້ເທັກນິກເອົາເອງຫມັ່ນຝຶກຝົນ ແລະ ຈະຕ້ອງຮູ້ຈັກແພ້ ຖອຍຕັ້ງຫຼັກເມື່ອຈຳເປັນ ແລະຮຽນຮູ້ຂໍ້ຜິດພາດນຳໄປວິເຄາະແກ້ໄຂແລ້ວຈະລວຍໄດ້ຖ້າບໍ່ໂລບໃນຕະຫຼາດ Forex

 

 

Cr. Forex International Thailand

ລວຍຈາກ Forex ມີແທ້ບໍ່ ມີແທ້ແນ່ນອນແຕ່ສ່ວນຫຼາຍຈະເປັນການລວຍມາຈາກການທີ່ເຮົາຈະເກັບສະສົມກຳໄລໄປເລື່ອຍໆ ເທື່ອລະຫນ້ອຍ ຫຼາຍກວ່າທີ່ຈະເທຣດບາດດຽວແລ້ວລວຍຈາກ Forex ສ່ວນຫຼາຍທີ່ຫວັງແບບນັ້ນຈະເຈີບັນຫາໃນເລື່ອງຂອງການ Overtrade ເມື່ອໃດນັ້ນຈະເກີດບັນຫາຕາມມາຄື ການເຈັງຈົນຕ້ອງ ລ້າງພ໊ອດ ໂດຍສ່ວນໃຫຍ່ຈະເກີດກັບນັກເທຣດ Forex ຫນ້າໃຫມ່ ທີ່ຫວັງລວຍໄວຈາກການເທຣດພຽງຈັກຄັ້ງຄາວ ດັ່ງນັ້ນກ່ອນທີ່ຈະເທຣດໃຫ້ລວຍຈາກ Forex ນັ້ນມາລອງເຮັດຄວາມຮູ້ຈັກກັບຄຳວ່າ Overtrade ກັນກ່ອນດີກວ່າວ່າມັນຄືຫຍັງ ແລະ ມີຄວາມສຳຄັນແນວໃດໃນການເທຣດ Forex

ຂ້ອຍສາມາດລວຍຈາກ Forex ໄດ້ແທ້ຫຼືບໍ່?

ຄຳວ່າ ໂອເວີເທຣດ (Overtrade) ມີຄວາມໝາຍຄື Over ທີ່ແປວ່າ ເກີນໄປກັບຄຳວ່າ Trade ທີ່ແປວ່າຊື້-ຂາຍ ໃນທາງ Forex ນັ້ນ ຈື່ງສະຫຼຸບຄວາມໝາຍໃນການເທຣດວ່າ ການເປີດຄຳສັ່ງທີ່ເກີນກວ່າຄວາມສາມາດຂອງພ໊ອດລົງທຶນ ຫຼື ເຮັດຄວາມເຂົ້າໃຈງ່າຍໆວ່າການກຳນົດລັອດ ທີ່ໃຫຍ່ເກີນຄວາມຈຳເປັນໃນການລົງທຶນໃນຕະຫຼາດ Forex ເພື່ອຫວັງກຳໄລຈາກການຊື້-ຂາຍລ໊ອດນັ້ນໆ ຊຶ່ງການເທຣດແບບນີ້ມັນກໍ່ໄດ້ກຳໄລຫຼາຍແຕ່ຢ່າລືມວ່າການລົງທຶນບໍ່ໄດ້ໝາຍຄວາມວ່າການເທຣດທຸກຄັ້ງໃນຕະຫຼາດ Forex ເຮົາຈະໄດ້ກຳໄລ ຖ້າຫາກວ່າພາດມາ ມັນຂາດທຶນແບບບໍ່ທຳມະດາ ຫຼື ຈົນຫມົດໂຕ ຈົນຈະຕ້ອງລ້າງພ໊ອດນັ້ນເອງ.

ດັ່ງນັ້ນເລື່ອງຂອງການເທຣດແບບນີ້ຄື ການເທຣດແບບຫວັງລວຍກ້ວຍເນົ່າໃນການເທຣດພຽງຄັ້ງດຽວ ພຽງຂ້າມຄືນເໝາະຫຼາຍກັບນັກລົງທຶນທີ່ກ້າໄດ້ກ້າເສຍ ແຖມຍັງມີເງິນໃນການລົງທຶນຈຳນວນຫຼາຍ ບໍ່ໄດ້ເສຍດາຍເງິນໃນການທີ່ຈະລົງທຶນ ບໍ່ເຫມາະກັບນັກລົງທຶນທີ່ທຶນຫນ້ອຍເພາະວ່າເທົ່າກັບຈະຫມົດໂອກາດທີ່ຈະລົງທຶນໃນຄັ້ງຕໍ່ໄປເລຍ.

ການລົງທຶນປະເພດນີ້ຈຶ່ງເປັນສິ່ງທີ່ຄວນຈະຫລີກລ້ຽງເປັນຢ່າງຍິ່ງແນະນຳໃຫ້ເທຣດແບບໃຫ້ໄດ້ກຳໄລແບບເບົາໆ ແຕ່ວ່າສະສົມໄປເລື່ອຍໆຈະດີກວ່າເມື່ອເວລາທີ່ພາດມາກໍຈະບໍ່ເສຍຫາຍໜັກເກີນໄປ.

ຕົວຢ່າງ: ກົນລະຍຸດທີ່ນັກເທຣດອາຊີບທີ່ເທຣດກັນມາຍາວນານນັ້ນຈະໃຊ້ໃນຫລັກການເກງກຳໄລຈາກຕະຫຼາດ Forex ນັ້ນມັນມີຫຼາຍແບບ

*ບາງຄົນເນັ້ນກົນລະຍຸດກໍ່ເນັ້ນບຸກເຮັດກຳໄລປະລິມານຫຼາຍ ໃຫ້ໄດ້ກຳໄລຫຼາຍຮ້ອຍເປີເຊັນໃນໄລຍະເວລາອັນສັ້ນ ເຖິງຈະລ້າງພອດງ່າຍກໍ່ຍອມເພາະແນວໃດເສຍກໍ່ໄດ້ກຳໄລແລ້ວ ຖ້າລ້າງພ໊ອດກໍພຽງເຕີມທຶນກ້ອນໃຫມ່ໂດຍເອົາກຳໄລຈາກການເທຣດໄດ້ນັ້ນລະມາເຕີມ ແລ້ວກໍ່ຄ່ອຍເລີ່ມເທຣດໃຫມ່.

*ບາງຄົນເນັ້ນໃນເລື່ອງຂອງການຮັກສາທຶນໃຫ້ດົນທີ່ສຸດ ທົນຕໍ່ການສະວິ້ງໄກສຸດ ກຳໄລໄດ້ນ້ອຍບໍ່ເປັນຫຍັງ ບາງຄົນຫວັງກຳໄລຕໍ່ປີໃຫ້ຫຼາຍກວ່າ ດອກເບັ້ຍເງິນຝາກພຽງເລັກນ້ອຍເທົ່ານັ້ນເອງແຕ່ຢູ່ໄດ້ນານກໍ່ພໍ.

*ບາງຄົນເນັ້ນໃນເລື່ອງຂອງກົນລະຍຸດທີ່ມີຄວາມແວກແນວ ສາມາດລວມກົນລະຍຸດທັ້ງສອງຝັ່ງເຂົ້າດ້ວຍກັນຄື ສາມາດເຮັດກຳໄລໄດ້ຫຼາຍ ແລະ ສາມາດຮັກສາທຶນໄວ້ໄດ້ດົນທີ່ສຸດ ໂດຍໃຊ້ວິທີການຄື: ຫຼັງຈາກເປີດອໍເດີໄປແລ້ວບໍ່ນັ່ງເຊຍຖ້າຜົນຢ່າງດຽວ ສາມາດເປີດອໍເດີ້ໄປໄດ້ເລື່ອຍໆ ບໍ່ວ່າອໍເດີ້ກ່ອນຫນ້າຈະຖືກທາງ ຫຼື ຜິດທາງກໍຕາມ ສາມາດປິດອໍເດີເກັບກ່ຽວກຳໄລໄດ້ເລື່ອຍໆ

ນອກຈາກເລື່ອງຂອງຕົວຢ່າງຂອງກົນລະຍຸດທີ່ຍົກຕົວຢ່າງຫຼາຍເລື່ອງຂອງການທີ່ຈະແກ້ໄຂການເທຣດຕົນເອງຫາກເທຣດຜິດທາງກໍ່ສຳຄັນ ເມື່ອເຮົາເທຣດແລ້ວຂາດທຶນຫຼາຍໆຮອບໂດຍບໍ່ເຄີຍມີກຳໄລ ກໍ່ສົມຄວນທີ່ຈະຢຸດເທຣດແລ້ວໄປຝຶກເທຣດໃນບັນຊີເດໂມມັນຊ່ວຍໄດ້ ຢ່າລືມວ່າວາງແຜນເທຣດດີເທົ່າໃດກໍ່ຕ້ອງມີໂອກາດຜີດທາງໄດ້ ດັ່ງນັ້ນໃນເລື່ອງຂອງການເທຣດຜິດແລ້ວແກ້ໄຂວິທີການຈະເຮັດໃຫ້ເຮົາສາມາດທີ່ຈະເທຣດແລ້ວໄດ້ກຳໄລຢ່າງຢັ້ງຢືນ ແລະ ມີຈຳນວນຜົນຕອບແທນທີ່ຄຸ້ມຄ່າກັບການລົງທຶນເທຣດນັ້ນເອງ.

 

 

Cr. Forex International Thailand

 

ຮຽນຮູ້ Forex

ຂັ້ນຕອນແລກ ແລະ ສຳຄັນທີ່ສຸດທີ່ຜູ້ຊື້-ຂາຍຕ້ອງເຮັດຄື ການຫາໂບກເກີ Forex ທີ່ພວກເຂົາສາມາດໄວ້ວາງໃຈໃນວົງການນີ້ ໂບຣກເກີ້ເປັນສ່ວນຫນື່ງຂອງ ການຊື້-ຂາຍ ແລະ ພວກເຂົາເປັນພັນທະມິດທາງທຸລະກິດທີ່ສຳຄັນຂອງຜູ້ຊື້-ຂາຍ ດັ່ງນັ້ນຈຸດມຸ້ງຫມາຍຂອງຜູ້ຊື້ຂາຍຄືຄວນຈະຫາໂບຣກເກີ Forex ທີ່ດີທີ່ສຸດທີ່ມີຢູ່ການເລືອກໂບຣກເກີ້ທີ່ເຫມາະສົມ ແລະ ໜ້າເຊື່ອຖື ຄວາມສຳຄັນໂດຍເລືອກໂບຣກເກີທີ່ຕອບສະຫນອງຄວາມຕ້ອງການສ່ວນບຸກຄົນຂອງເຈົ້າໃນຖານະຜູ້ຊື້-ຂາຍ ເພື່ອເປັນຂໍ້ມູນປະກອບການຕັດສິນໃຈມີປັດໃຈສຳຄັນບາງປະການທີ່ຜູ້ຊື້-ຂາຍທຸກຄົນຄວນຄຳນື່ງເຖິງ

ໂບກເກີ Forex ທີ່ຢູ່ພາຍໃຕ້ການຄອບຄຸມ

ມັນອາດຈະຟັງເບິ່ງຄືບໍ່ມີຫຍັງ ແຕ່ເຈົ້າຈະປະຫລາດໃຈທີ່ພົບວ່າມີຫຼາຍໂບຣກເກີ Forex ທີ່ດີທີ່ສຸດຈະຢູ່ພາຍໃຕ້ການຄອບຄຸມ ແລະ ດູແລໂດຍຜູ້ມີອຳນາດໃນປະເທດ ຫຼື ລະຫວ່າງປະເທດ ຫາກບໍ່ມີການຄອບຄຸມໂບຣກເກີ Forex ສາມາດເຮັດຕາມທີ່ພວກເຂົາຕ້ອງການ ແລະ ນີ້ອາດສົ່ງຜົນໃນບາງປະເດັນທີ່ບໍ່ພື່ງປະສົງຢ່າງຫຼາຍສຳລັບເຈົ້າໃນຖານະຜູ້ຊື້-ຂາຍ ຖືເອົາຄວາມປອດໄພ ແລະ ໃຊ້ບໍລິການກັບໂບກເກີທີ່ເຈົ້າສາມາດໄວ້ວາງໃຈ ການຢຶດໝັ້ນໃນກົດລະບຽບ ແລະ ມາດຕະຖານເປັນສັນຍານຊັດເຈນທີ່ໂບຣກເກີ້ຈະເຮັດການຊື້-ຂາຍຢ່າງຈິງຈັງ.

ສະເປດທີ່ຕ່ຳ ( Spread )

ສະເປດທີ່ຕ່ຳຄືຫຍັງ ຫາກເຈົ້າໃຊ້ລາຄາສະເຫນີຊື້ ແລະ ລາຄາຂາຍຂອງສະກຸນເງິນ ຫຼື ຊັບສິນອື່ນໆ ແລະ ເຈົ້າຄຳນວນຄວາມແຕກຕ່າງລະຫວ່າງທັ້ງສອງນັ້ນຄື ສະເປດ ຫາກສະເປດ (ສ່ວນຕ່າງລາຄາ) ທີ່ນຳສະເຫນີໂດຍໂບຣກເກີ້ Forex ນັ້ນສູງ ນີ້ຈະສົ່ງສັນຍານສີແດງ ຫຼາຍໂບຣກເກີ້ເຮັດກຳໄລຈາກການຊື້ຂາຍຂອງເຈົ້າຈາກສະເປດທີ່ສູງ ດັ່ງນັ້ນເລືອກໂບກເກີ Forex ທີ່ມີສະເປດຕ່ຳ.

ເລເວີເຣດທີ່ສູງ ( Leverage )

ວິທີທີ່ງ່າຍທີ່ສຸດທີ່ຈະອະທິບາຍເລເວີເຣດ, ມັນຊ່ວຍໃຫ້ຜູ້ຊື້-ຂາຍສາມາດເກງໃນວົງເງິນຂະໜາດໃຫຍ່ຂອງສະກຸນເງິນດ້ວຍຈຳນວນເງິນຝາກພຽງເລັກນ້ອຍ ມັນຈື່ງເປັນການເພີ່ມກຳລັງຊື້ຂອງຜູ້ຊື້-ຂາຍ ເລເວີເຣດຈະຢູ່ໃນຮູບແບບອັດຕາສ່ວນ, ຕົວຢ່າງເຊັ່ນ: 1:1000 ຫມາຍຄວາມວ່າກຳລັງຊື້ຂອງເຈົ້າຈະເພີ່ມຂຶ້ນ 1000 ເທົ່າ ຝາກເງິນ $ 1000 ແລະ ໂບຣກເກີ້ຈະຈັບຄູ່ເພື່ອໃຫ້ເປັນ $ 1,000,000 ເລເວີເຣດທີ່ສູງນັ້ນໃຫ້ໂອກາດແກ່ຜູ້ຊື້-ຂາຍທີ່ເຂົາບໍ່ເຄຍມີມາກ່ອນ ຜູ້ຊື້-ຂາຍຂະໜາດນ້ອຍທີ່ມີທຶນນ້ອຍສາມາດໃຊ້ປະໂຫຍດຈາກເລເວີເຣດທີ່ສູງເພື່ອເພີ່ມຜົນກຳໄລຂອງພວກເຂົາ ເມື່ອຜົນກຳໄລສາມາດຂະຫຍາຍໃຫຍ່ໄດ້ການຂາດທຶນກໍເຊັ່ນດຽວກັນດັ່ງນັ້ນຕ້ອງມີການຈັດການເລເວີເຣດດ້ວຍຄວາມລະມັດລະວັງ ແລະ ຈະຕ້ອງບໍ່ໃຊ້ຢ່າງຕໍ່ເນື່ອງ ໂດຍຫາກບໍ່ຈຳເປັນຕ້ອງໃຊ້ມັນຍິ່ງເປັນການດີ ເພາະຈະເກີດພາວະຄວາມໂລບ ແລະ ກໍ່ໃຫ້ເກີດການສູນເສຍມະຫາສານ.

ການດຳເນີນການວ່ອງໄວ

ເມື່ອການຊື້-ຂາຍເປັນໄປຢ່າງວ່ອງໄວຕະຫຼາດອັດຕາແລກປ່ຽນ (Forex) ເປັນສິ່ງສຳຄັນທີ່ເຈົ້າເລືອກໂບຣກເກີ້ທີ່ສາມາດດຳເນີນການຊື້-ຂາຍຂອງເຈົ້າໃນລັກສະນະທີ່ວ່ອງໄວ ແລະ ມີປະສິດຕິພາບ ຄວາມລ້າຊ້າໃນການດຳເນີນການສາມາດກໍ່ໃຫ້ເກີດບັນຫາໄດ້.

ຕົວເລືອກປະເພດບັນຊີທີ່ຫຼາກຫຼາຍ

ຄວາມຫຼາກຫຼາຍຂອງປະເພດບັນຊີທີ່ມີໃຫ້ເລືອກຜູ້ຊື້-ຂາຍແຕ່ລະຄົນນັ້ນແຕກຕ່າງກັນໄປ ແລະ ຫາກໂບຣກເກີ້ມີປະເພດບັນຊີທີ່ຫຼາກຫຼາຍນັ້ນໝາຍຄວາມວ່າພວກເຂົາສາມາດຕອບສະໜອງຄວາມສາມາດທາງການເງິນ ຄວມຕ້ອງການ ແລະ ແຮງບັນດານໃຈຂອງຜູ້ຊື້-ຂາຍ ທີ່ແຕກຕ່າງໄດ້ເຊັ່ນກັນ ໂບຣກເກີ້ Forex ທີ່ດີທີ່ສຸດຈະຮູ້ວ່າພະລັງແຫ່ງຕົວເລືອກຈະໄປໄດ້ໄກ, ຜູ້ຊື້-ຂາຍຈະຕອບສະໜອງຢ່າງດີຕໍ່ເສລີພາບການບໍ່ມີຂໍ້ຈຳກັດ.

ບັນຊີທົດລອງ

ການຊຶ້-ຂາຍດ້ວຍບັນຊີທົດລອງກ່ອນທີ່ຈະ ຊື້-ຂາຍ ດ້ວຍບັນຊີແທ້ເປັນສິ່ງສຳຄັນຫາກໂບຣກເກີ້ Forex ບໍ່ມີບັນຊີທົດລອງຈະໄປໃນທິດທາງກົງກັນຂ້າມ ໂດຍການຊື້-ຂາຍດ້ວຍບັນຊີທົດລອງເຈົ້າສາມາດເຮັດການຊື້-ຂາຍດ້ວຍເງື່ອນໄຂຈິງແຕ່ເປັນເງິນສະເຫມືອນຈິງເພື່ອເປັນການຫລີກລ້ຽງຄວາມສ່ຽງ ນີ້ຄືວີທີທີ່ດີທີ່ສຸດທີ່ຈະໄດ້ຮູ້ລົດຊາດຂອງການຊື້-ຂາຍ ແລະ ເປັນການນຳກົນລະຍຸດການຊື້-ຂາຍຂອງເຈົ້າມາເຮັດການທົດລອງ ເຈົ້າສາມາດຄົ້ນພົບຈຸດແຂງ ແລະ ຈຸດອ່ອນຂອງເຈົ້າໃນຖານະຜູ້ຊື້ຂາຍ ແລະ ເລີ່ມດຳເນີນການຊື້ຂາຍຈິງເມື່ອເຈົ້າມີຄວາມຫມັ່ນໃຈ ແລະ ພ້ອມເທົ່ານັ້ນ.

ຄວາມຫຼາກຫຼາຍຂອງຕາສານການຊື້-ຂາຍ

ດັ່ງກ່າວໄປແລ້ວຂ້າງຕົ້ນຜູ້ຊື້-ຂາຍຈະບໍ່ຕອບສະໜອງຢ່າງດີໃນຂໍ້ຈຳກັດ ຍິ່ງຕາສານຊື້-ຂາຍທີ່ໂບຣກເກີ້ Forex ມີໃຫ້ນັ້ນຫຼາຍເທົ່າໃດ ໂອກາດກໍ່ຍິ່ງມີຫຼາຍຂຶ້ນເທົ່ານັ້ນ ເລືອກໂບກເກີທີ່ບໍ່ພຽງແຕ່ນຳສະເຫນີຄູ່ສະກຸນເງິນຫຼັກ ແຕ່ລວມເຖິງສະກຸນເງິນຮອງ ແລະ ທີ່ແປກໃຫມ່ ໂລຫະມີຄ່າ ແລະ ສິນຄ້າອື່ນໆ ຕົວຢ່າງເຊັ່ນ: ຄຳ ເປັນຕາສານທີ່ນິຍົມຫຼາຍໃນຊ່ວງເວລາຂອງຄວາມບໍ່ແນ່ນອນທາງເສດຖະກິດ ແລະ ການເມືອງ.

ແພັດຟອມການຊື້-ຂາຍທີ່ເຊື່ອຖືໄດ້

ໂບຣກເກີ້ Forex ທີ່ດີທີ່ສຸດຈະນຳສະເຫນີແພັດຟອມການຊື້-ຂາຍທີ່ດີທີ່ສຸດ ແພັດຟອມທີ່ເຊື່ອຖືໄດ້ຈະຕ້ອງໃຫ້ເຈົ້າເຂົ້າເຖິງການວິເຄາະທາງດ້ານເທັກນິກ ແລະ ພື້ນຖານໄດ້ຢ່າງວ່ອງໄວ, ລະບົບຄວາມປອດໄພທີ່ດີ ການຊື້-ຂາຍອັດຕະໂນມັດຄຸນສົມບັດດ້ານການເບິ່ງເຫັນເຊັ່ນ: ກຣາຟ ແລະ ແຜນພູມ ແລະ ຄວນຈະເປັນມິດກັບຜູ້ໃຊ້ງານ ໂປຣແກຣມ MetaTrader 4 ທີ່ມີຄວາມຊັບຊ້ອນນັ້ນເປັນມາດຕະຖານຂອງຕະຫຼາດ.

ການຊື້ຂາຍອັດຕະໂນມັດ

ການຊື້-ຂາຍອັດຕະໂນມັດຫຼືການຊື້-ຂາຍຂັ້ນຕອນວິທີ ທີ່ເປັນປະໂຫຍດຫຼາຍແກ່ຜູ້ຊື້-ຂາຍ ຜູ້ຊື້-ຂາຍສາມາດໃຊ້ກົນລະຍຸດຂອງເຂົາ ຫຼື ໃຊ້ກົນລະຍຸດຜູ້ຊື້-ຂາຍອື່ນໆ ໃນບາງແພັດຟອມການຊື້-ຂາຍມີຊອບແວຣ ທີ່ດຳເນີນການຊື້-ຂາຍໃຫ້ເຈົ້າໂດຍຂຶ້ນຢູ່ກັບກົນລະຍຸດທີ່ເຈົ້າໄດ້ພັດທະນາ ຫຼື ນຳມາໃຊ້ຕົວຢ່າງທີ່ດີຄື: Expert Advisors ເທິງແພັດຟອມ MetaTrader 4 ປະໂຫຍດຂອງການຊື້-ຂາຍອັດຕະໂນມັດຄືການທີ່ເຈົ້າບໍ່ຈຳເປັນຕ້ອງນັ່ງຢູ່ເທິງຫນ້າຈໍຫມົດມື້ ພຽງແຕ່ລໍຖ້າໂອກາດທີ່ຈະເກີດຂຶ້ນ ຈະມີການຄວ້າໂອກາດສາມາດໃຫ້ເຈົ້າໂດຍລະບົບການຊື້-ຂາຍອັດຕະໂນມັດຢ່າງໃດກໍ່ຕາມຟັງຊັນລະບົບດັ່ງກ່າວເປັນໄປຕາມກົຍລະຍຸດທີ່ເຈົ້າໄດ້ພັດທະນາ ຫຼື ນຳມາໃຊ້ດັ່ງນັ້ນກໍມີຄວາມສ່ຽງທີ່ພວກເຂົາສາມາດສ້າງການຂາດທຶນເຊັ່ນດຽວກັນກັບການເຮັດກຳໄລຢູ່ສະເຫມີ.

ການຝາກເງິນ ແລະ ການຖອນເງິນ

ເພື່ອປະໂຫຍດ ແລະ ຄວາມສະດວກສະບາຍຂອງເຈົ້າເປັນສິ່ງສຳຄັນໃນການເລືອກໂບຣກເກີ້ Forex ທີ່ມີການຝາກຖອນ ແລະ ຖອນເງິນທີ່ງ່າຍ ແລະ ວ່ອງໄວ ການຝາກວ່ອງໄວຊ່ວຍສະຫນັບສະຫນູນການຊື້-ຂາຍ ຕຳແຫນ່ງຂອງເຈົ້າ ແລະ ໃຊ້ປະໂຫຍດຈາກໂອກາດທີ່ອາດຈະເກີດຂຶ້ນຢ່າງກະທັນຫັນໃນຕະຫຼາດໃນກໍລະນີທີ່ເຈົ້າຕ້ອງການຖອນເງິນຂອງເຈົ້າດ້ວຍເຫດຜົນໃດໜຶ່ງ ຂັ້ນຕອນການຖອນເງິນກໍ່ຄວນຈະງ່າຍ ແລະ ວ່ອງໄວເພື່ອໃຫ້ເງິນຂອງເຈົ້າມີການສົ່ງກັບໄປຫາເຈົ້າບໍ່ເກີນສອງເຖິງສາມມື້ທຳການ.

 

 

Cr. Forex International Thailand

ແມ່ນຫຍັງຄືຫົວໃຈສຳຄັນ ໃນການ ເທຣດ Forex ໃຫ້ປະສົບສໍາເລັດ ຈະມີກົນລະຍຸດໃດເພື່ອເອົາໂຕລອດຈາກຕະລາດ Forex ໄດ້ ເຖິງຫຼາຍຄົນກໍ່ຕັ້ງຄໍາຖາມມາເປັນຈໍານວນຫຼາຍ ເພາະວ່າຫາກເຮົາສາມາດທີ່ຈະຢູ່ລອດໃນຕະຫຼາດໄດ້ດົນເທົ່າໃດ ນັ້ນໝາຍຄວາມວ່າເຮົາຈະລໍ່າລວຍຈາກຕະຫຼາດແຫຼ່ງນີ້ໄດ້ ເປັນເວລາຍາວນານເຊັ່ນດຽວກັນ ດັ່ງນັ້ນຄໍາຕອບທີ່ສໍາຄັນຫຼາຍທີ່ສຸດໃນການເທຣດໃຫ້ໄດ້ຍາວນານທີ່ສຸດຄື Money Management ຊຶ່ງເປັນຫົວໃຈສໍາຄັນຂອງເທຣດ Forex ດັ່ງນັ້ນຖ້າເຮົາພະຍະຍາມທໍາຄວາມເຂົ້າໃຈ ແລະ ຮູ້ຈັກບໍລິຫານໜ້າຕັກໃຫ້ດີ ນີ້ແຫລະຄືຄໍາຕອບທີ່ຫຼາຍໆຄົນຕອບເປັນສຽງດຽວກັນ ເພາະວ່າເປັນສິ່ງສໍາຄັນທີ່ເທຣດເດີ້ ທຸກຄົນຕ້ອງມີຈະຊ່ວຍໃຫ້ນັກເທຣດຢູ່ລອດໄດ້ໃນຕະຫຼາດ Forex ການຢູ່ລອດໝາຍເຖິງ ບໍ່ລ້າງພອດ ຈົນກວ່າຈະມີກໍາໄລ ແລະ ເປັນກໍາໄລໃນໄລຍະຍາວ.

ຫົວໃຈສຳຄັນໃນການເທຣດ Forex ໃຫ້ປະສົບຄວາມສໍາເລັດ

Money Management ມີຜົນຫຼັກຕໍ່ການເທຣດ ຊຶ່ງເປັນຫົວໃຈຂອງການເທຣດໃນ Forex ຄືສາມາດທີ່ຈະເຂົ້າມາຊ່ວຍໃນການທີ່ບໍລິຫານເງີນທຶນ ຫຼື ພອດ ຂອງເຮົາໄດ້ຢ່າງມີລະບົບ ປ້ອງກັນການເທຣດແບບບໍ່ມີລະບຽບ ຈະສາມາດທີ່ຈະຊ່ວຍເຮົາດູແລ ໃນການເທຣດ Forex ຢາກໄດ້ກຳໄລເທົ່າໃດ ໃນການເທຣດ ແລະ ຫາກລົງທຶນຜິດພາດ ຂາດທຶນເທົ່າໃດ ເງີນທຶນຈະຫຼຸດລົງໄປເທົ່າໃດແລ້ວຈະຕ້ອງໃຊ້ວິທີໃດພອດຈຶ່ງຈະກັບມາຄືເກົ່າ

ນັກເທຣດ Forex ຫຼາຍຄົນຕ້ອງເຈີບັນຫາກັບການລ້າງພອດມາຫຼາຍຄົນເພາະວ່າບໍ່ມີ Money Management ແລະ ລົງມືເທຣດ 2-3 ຄຳສັ່ງກໍ່ລ້າງພອດໝົດ ເພາະຄວາມໂລບບໍ່ມີ Mindset ບໍ່ໃຊ້ຫລັກການ Money Management ໝາຍຄວາມວ່າ ເຖິງຈະເທຣດເກັ່ງເທຣດໃດບໍ່ມີການບໍລິຫານທຶນກໍ່ຈະລ້າງພອດໄດ້ເຊັ່ນກັນ

ການມີ Money Management ຈະຊ່ວຍໃຫ້ນັກເທຣດສາມາດທີ່ຈະເທຣດ Forex ແລ້ວພອດຢູ່ໄດ້ໂດຍບໍ່ຂາດທຶນ ປຽບສະເຫມືອນ MM ຄືກອງທະຫານ ຖ້າຂາດການບັນຊາການຈາກແມ່ທັບໃຫຍ່ ກໍ່ອາດເອົາຊະນະສັດຕູໄດ້ຢາກ ຕ່າງການກອງທັບທີ່ມີການບັນຊາການທີ່ດີ ກໍ່ມີຈະໂອກາດທີ່ຈະມີໄຊຊະນະໃນການຣົບ

ປະໂຫຍດຂອງການບໍລິຫານທຶນ ຫຼື Money Management ມີຄຸນປະໂຫຍກແນວໃດ?

  • Money Management ຊ່ວຍໃຫ້ທ່ານຢູ່ໃນຕະຫຼາດໄດ້ດົນ ເພາະຈະຊ່ວຍໃຫ້ວ່າງແຜນການລົງທຶນແບບທີ່ເຮົາຈະໄດ້ຜົນກໍາໄລ
  • Money Management ຊ່ວຍໃຫ້ທ່ານຮັບຜົນກໍາໄລຫຼາຍເທົ່າໂຕ ໃນໄລຍະຍາວ ແລະ ສະສົມໄປເລື່ອຍໆ
  • Money Management ຊ່ວຍຫລີກລ້ຽງການລ້າງພອດ
  • Money Management ສາມາດຊ່ວຍທ່ານເທຣດແບບມີລະບຽບ
  • Money Management ຊ່ວຍໃຫ້ທ່ານມີວິໄສທັນ ໃນການເທຣດ ແລະ ລົດຄວາມສ່ຽງ
  • Money Management ຊ່ວຍໃຫ້ທ່ານສາມາດຕັດສິນໃຈໃນການວາງແຜນໃໝ່ ຖ້າຫາກວາງແຜນໃນການເທຣດດ້ວຍ MM ແລ້ວຂາດທຶນສໍາເຮື້ອນ.

ຜົນປະໂຫຍດຂອງ Money Management ມີຫຼາຍຢ່າງ ດັ່ງນັ້ນຈຶ່ງສາມາດບອກນັກເທຣດ ທຸກທ່ານວ່າ Money Management ມີຄວາມສໍາຄັນໃນການຢູ່ລອດໃນຕະຫຼາດ Forex ຖ້າຫາກເຮົາ Money Management ທີ່ດີກໍ່ຈະເຮັດໃຫ້ເຮົາຮູ້ຜົນກໍາໄລເທົ່າໃດ ຂາດທຶນເທົ່າໃດ ທີ່ເຮົາສາມາດຍອມຮັບ ແລະ ເຂົ້າໃຈໃນຜົນການເທຣດທຸກຄັ້ງ.

ດັ່ງນັ້ນການໃຊ້ Money Management ຈະສາມາດໃຫ້ທ່ານຫຼຸດຜ່ອນຄວາມສ່ຽງ ບໍ່ວ່າຜົນຈະອອກມາ ເສຍ ຫຼື ຊະນະ ທ່ານກໍ່ຈະບໍ່ກັງວົນກັບພອດ ຖ້າຫາກຮູ້ຈັກການນໍາໃຊ້  Money Management ເພື່ອແກ້ໄຂບັນຫາທີ່ເກີດຂຶ້ນ ຈະສາມາດຢູ່ລອດໄດ້ໃນຕະຫຼາດ Forex ແບບຍາວນານ ແລະ ໄດ້ຮັບຜົນກໍາໄລ ບໍ່ຈໍາເປັນຕ້ອງຄິດຫນັກເຝົ້າໜ້າຈໍຕະຫຼອດເວລາ ເພື່ອເບິ່ງວ່າຈະກໍາໄລ ຫຼື ຂາດທຶນ.

 

 

Cr. Forex International Thailand