ສຳຫຼັບນັກລົງທຶນທີ່ເຂົ້າມາໃຫມ່ມີຄຳຖາມທີ່ມັກຖາມກັນມາຕະຫຼອດກໍຄື ຈະເທຣດຄູ່ໃດດີ ຄູ່ເງິນທີ່ນິຍົມເທຣດມີຍັງແດ່ ຊື່ງເປັນຄຳຖາມທີ່ດີຫຼາຍ ເພາະການເທຣດຄູ່ເງິນທີ່ນິຍົມເທຣດກັນນັ້ນ ຈະເຮັດໃຫ້ຄ່າສະເປດ (Spread) ຖືກ (ສ່ວນຕ່າງຂອງລາຄາຊື້-ຂາຍ) ເພາະມີສະພາບຄ່ອງສູງ ແລະ ສາມາດເຮັດກຳໄລງ່າຍກວ່າຄູ່ເງິນທີ່ຄົນບໍ່ນິຍົມເທຣດກັນ ຄູ່ເງິນຫຼັກທີ່ນິຍົມເທຣດກັນ ມີຫຍັງແດ່? ເບິ່ງຈາກກຣາຟຈະເຫັນໄດ້ວ່າຄູ່ເງິນທີ່ນິຍົມກັນຫຼາຍທີ່ສຸດ ອັນດັບຫນື່ງຄື EURUSD ກວມເອົາຫຼາຍເຖິງ 28%

Forex-most-traded

8 ສະກຸນເງິນ ( 8 Major Currency )  ເປັນທີ່ນິຍົມເທຣດກັນຄື

  1. ໂດລາສະຫະລັດອາເມລິກາ (USD)
  2. ຢູໂຣ (EUR)
  3. ປອນ (GBP)
  4. ເຢັນ (JPY)
  5. ໂດລາແຄນາດາ (CAD)
  6. ສະວິດຝຣັ່ງ (CHF)
  7. ໂດລາອົດສະຕາລີ (AUD)
  8. ໂດລານິວຊີແລນ (NZD)

ຄູ່ຂອງສະກຸນເງິນຫຼັກ ຫຼື ເອີ້ນວ່າ ( 7 Major Currency Pair ) ຈະມີຢູ່ 7 ຄູ່ສະກຸນດ້ວຍກັນຄື

  1. EUR/USD
  2. USD/JPY
  3. GBP/USD
  4. USD/CHF
  5. USD/CAD
  6. AUD/USD
  7. NZD/USD

ສະກຸນເງິນທີ່ຢູ່ຂ້າງໜ້າຈະເອີ້ນວ່າ Base Currency ແລະ ຕົວຫຼັງຈະເອີ້ນວ່າ Counter Currency  ເຊັ່ນຄູ່ AUD/USD ກໍຈະມີ AUD  ເປັນ Base Currency ແລະ USD ເປັນ Counter Currency ສ່ວນຄວາມໝາຍນັ້ນກໍໃຫ້ຈື່ງ່າຍໆວ່າໂຕ Base Currency ຈະມີຄ່າເປັນ 1 ສະເຫມີ ສົມມຸດວ່າລາຄາຂອງຄູ່ AUD/USD ເປັນ 0.67000 ກໍ່ຈະໝາຍຄວາມວ່າ 1 ໂດລາອົດສະຕາລີ ( AUD ) ມີຄ່າເທົ່າກັບ 0.67000 ໂດລາ

 

 

Cr. Forex International Thailand

Forex ສ້າງເງິນໄດ້ແນວໃດ ການເທຣດໃນຕະຫຼາດຟໍເຣັກ (Forex) ຮູບແບບການຊື້-ຂາຍ(ເທຣດ)ຈະຢູ່ໃນຮູບແບບຄູ່ສະກຸນເງິນ (Currency Pair) ກຳໄລ ຫຼື ຂາດທຶນຂຶ້ນຢູ່ກັບສ່ວນຕ່າງຂອງຄ່າສະກຸນເງິນທີ່ກຳລັງ Match ກັນຢູ່ຕອນນັ້ນ ເວົ້າໃຫ້ເຂົ້າໃຈງ່າຍໆກໍ່ຄື ການຊື້ໃນລາຄາຕ່ຳແລ້ວຂາຍໃນລາຄາສູງ ຫຼື ການໄດ້ຂາຍໃນລາຄາສູງຈາກທີ່ຊື້ມາໃນລາຄາຕ່ຳເປັນຕົ້ນ ກໍ່ຄືກັບການເທຣດໃນຕະຫຼາດຫຸ້ນໆທົ່ວໆໄປ ຖ້ານັກລົງທຶນທ່ານໃດມີພື້ນຖານຈາກການເທຣດຫຸ້ນມາກ່ອນແລ້ວ ກໍ່ສາມາດຕໍ່ຍອດຮຽນຮູ້ການເທຣດຄ່າເງິນໃນຕະຫຼາດຟໍເຣັກໄດ້ໂດຍງ່າຍ

ຮູບແບບການເທຣດລວມທັ້ງການວິເຄາະປັດໃຈພື້ນຖານ ແລະ ປັດໃຈອື່ນໆ ມີຄວາມຄ້າຍຄືກັນ ແຕ່ຄວາມແຕກຕ່າງກັນຈະຢູ່ບ່ອນທີ່ໃນຕະຫຼາດຟໍເຣັກ ສາມາດເຮັດກຳໄລໄດ້ທັ້ງ 2 ທາງຄື: ສ້າງກຳໄລໄດ້ທັ້ງຂາຂຶ້ນ ແລະ ຂາລົງ ຕົວເລກຈະບວກ ຫຼື ລົບຈະສູງ ຫຼື ຕ່ຳເທົ່າໃດນັ້ນບໍ່ສຳຄັນ ເພາະຈຸດສຳຄັນທີ່ເປັນເປົ້າໝາຍຫຼັກຂອງການເຮັດກຳໄລໃນຕະຫຼາດຟໍເຣັກນັ້ນຄື ທິດທາງ ຖ້າວ່າມີຄວາມເຂົ້າໃຈຕະຫຼາດວິເຄາະເຫັນແນວໂນ້ມ ແລ້ວເລືອກຈຸດໃຫ້ຖືກແລ້ວເທຣດໃຫ້ເຂົ້າກັບຈັງຫວະ ຕາມຄວາມຜັນຜວນຂອງຕະຫຼາດ ໂອກາດທີ່ຈະສ້າງກຳໄລມະຫາສານ ມີຄວາມເປັນໄປໄດ້ສູງ

buy sell forex

ຄວາມໝາຍຂອງຄູ່ເງິນທີ່ກຳລັງສະແດງ (Forex)

ຕົວອັກສອນຫຍໍ້ ສັນຍາລັກ ແລະ ຕົວເລກທີ່ກຳລັງສະແດງໃນຄູ່ສະກຸນເງິນຫນື່ງບົງບອກເຖິງຫຍັງ ?

ຍົກຕົວຢ່າງຄູ່ສະກຸນເງິນ AUD/USD = 0.67000 ?  (ລາຄາແມ່ນຍົກຕົວຢ່າງໃຫ້ເຫັນຈະບໍ່ແມ່ນລາຄາປັດຈຸບັນ)

ຄວາມໝາຍກໍຄືສະກຸນເງິນທີ່ຢູ່ດ້ານຫນ້າເຄື່ອງໝາຍ / ເອີ້ນວ່າ Base Currency ຖືເປັນສະກຸນເງິນຫຼັກທີ່ມີສ່ວນສຳຄັນໃນການຊື້-ຂາຍນັ້ນຄື AUD   (ສະກຸນເງິນຂອງຢູໂຣບ) ຕໍ່ມາສະກຸນເງິນທີ່ຢູ່ດ້ານຫຼັງເຄື່ອງໝາຍ / ເອີ້ນວ່າ Counter Currency ນັ້ນກໍ່ຄື  USD  (ສະກຸນເງິນໂດລາສະຫາລັດ) ສ່ວນໂຕເລກ (0.67000) ຫຼັງເຄື່ອງໝາຍເທົ່າກັບ (=) ກໍຄືຈຳນວນອັດຕາແລກປ່ຽນຂອງ Counter Currency (USD) ທີ່ມີຄ່າຕໍ່ 1 ໜ່ວຍ ຂອງ Base Currency (EUR) ຫລື ດັດສະນີຄ່າເງິນ 1 AUD ແລກ USD ໄດ້ 0.67000

ຫຼັກການຈື່ງ່າຍໆກໍຄືສະກຸນເງິນໂຕຫນ້າ (Base Currency ) ຈະມີຄ່າເປັນ 1 ສະເຫມີ ແລະ ເປັນຫາກຖານສຳຄັນຂອງການຊື້-ຂາຍ ຢ່າງເຊັ່ນໃນໂຕຢ່າງຂ້າງເທິງ (AUD /USD = 0.67000) ຄວາມໝາຍກໍ່ຄື 1 AUD ມີຄ່າເທົ່າກັບ 0.67000 USD

ໃນການຊຶ້ຫຼືຂາຍສະກຸນເງິນທີ່ມີກຳລັງຈັບຄູ່ກັນຢູ່ຕ້ອງເຂົ້າໃຈວ່າໃນຂະນະທີ່ເຮົາກຳລັງຊື້ກໍ່ຄືເຮົາກຳລັງຂາຍສະກຸນເງິນທີ່ກຳລັງຈັບຄູ່ກັນຢູ່ນັ້ນ ແລະ ໃນກໍລະນີ້ຂາຍກໍ່ເຊັ່ນກັນ ແລະ ຕ້ອງເຂົ້າໃຈດ້ວຍວ່າສະກຸນເງິນຫຼັກດ້ານຫນ້າທີ່ເອີ້ນວ່າ Base Currency  ຄື  Basic  ເປັນຫາກຖານສຳຄັນຂອງການຊື້ຂາຍ

ການຊື້-ຂາຍ(ເທຣດ) ກຳໄລ-ຂາດທຶນ ເບິ່ງຈາກໃສ? ເບິ່ງແນວໃດ?

ຫຼັກການງ່າຍຂອງການລົງທຶນໃນຕະຫຼາດຟໍເຣັກກໍ່ຄ້າຍກັບການຄ້າ ຫຼື ການລົງທຶນທົ່ວໄປນັ້ນກໍຄື: ຊື້ຖືກ ຂາຍແພງ ພໍລາຄາຕົກກໍຊື້ມາເກັບໄວ້ລໍຖ້າຂາຍເວລາທີ່ລາຄາມັນຂຶ້ນ ເພື່ອເກັບກຳໄລ

+ ການຄຳນວນຄິດໄລ່ Volume ໃນ Forex 1lot = 100,000$

ຕົວຢ່າງ: ການຊື້ຂາຍ AUD / USD
ລາຄາ ຈຳນວນລົງທຶນ ເປັນເງິນ
ຊື້ 0.67000 1000$ 670$
ຂາຍ 0.71000 1000$ 710$
ກຳໄລຈາກສ່ວນຕ່າງລາຄາ 0.40000 1000$ 40$

buysellcloseforex

 

 

Cr. Forex International Thailand

ຜ່ານມາໄດ້ເວົ້າເຖິງກ່ຽວກັບ Forex ແມ່ນຫຍັງ ? ຕໍ່ໄປເຮົາຈະມາເບິ່ງວ່າເປັນຫຍັງຈຶ່ງມີນັກເທຣດ ແລະ ນັກລົງທຶນ ມີຄວາມສົນໃຈຫລາຍໃນການລົງທຶນໃນຕະຫລາດ Forex ແຫ່ງນີ້

ຕະຫລາດ Forex ເປັນຕະຫລາດຫນື່ງທີ່ໃຫຍ່ທີ່ສຸດໃນໂລກ

  • ດ້ວຍຄວາມໃຫຍ່ເຮັດໃຫ້ຢາກໃນການແຊກແຊງ ແລະ ການກຳນົດລາຄາ ( ຍົກເວັ້ນນະໂຕບາຍຄວບຄຸມຄ່າເງິນຂອງປະເທດໃດຫນຶ່ງ )
  • ສະພາບຄ່ອງໂຕສູງ
  • ການສະວິງຂອງລາຄາ ມີຄວາມຜັນຜວນສູງ ເຮັດໃຫ້ເກີດໂອກາດໃນການສ້າງກຳໄລ
  • ນັກລົງທຶນສາມາດເທຣດໃນຈຳນວນເງິນທີ່ນ້ອຍແບບ Realtime ລາຄາໄປຕາມເວລາຈິງຂອງຕະຫລາດໂລກ
  • ຕະຫລາດ Forex ເປັນຕະຫລາດແບບ OTC ( Over the Counter ) ບໍ່ມີຫລັກແຫລ່ງໃນການຊື້ຂາຍ ຈະເຮັດການຊື້ຂາຍແລກປ່ຽນດ້ວຍລະບົບສື່ສານພາຍໃນເຄືອຂ່າຍຂອງທະນາຄານ ບໍ່ຈຳເປັນຕ້ອງໄປຮ້ານແລກປ່ຽນ
  • ຕະຫລາດເປີດ 24ຊມ ( ຈັນ – ສຸກ )

ຂໍ້ເສຍ

  • ຕະຫລາດ Forex ມີຄວາມຜັນພວນສູງ ເຮັດໃຫ້ລາຄາຄູ່ເງິນເກີດການສະວິງແກວ່ງໂຕແຮງເຮັດໃຫ້ນັກເກງກຳໄລມີໂອກາດກຳໄລສູງ ແຕ່ກໍ່ມີໂອກາດຂາດທຶນສູງເຊັ່ນກັນ ຖ້ານັກເທຣດບໍ່ສືກສາໃຫ້ດີພໍ ເພາະການເທຣດມັນມີຫລາຍປັດໄຈກ່ຽວຂ້ອງ ຕ້ອງຮູ້ທັງລະບົບ ເທັກນິກການເທຣດ ແລະ ການວິເຄາະປັດໄຈພື້ນຖານເສດຖະກິດ ການເມືອງຂອງປະເທດນັ້ນໆ
  • ສຳລັບ ນັກລົງທຶນລາຍຍ່ອຍຕ້ອງໄດ້ຊື້ຂາຍໂດຍຜ່ານລະບົບ CFD (Contact for Difference) ຂອງໂບຣກເກີ້ ແລະ ຕ້ອງແນໃສຄວາມໝັ້ນຄົງຂອງໂບຣກນັ້ນໆ ບໍ່ວ່າຈະເປັນລະບົບການຊື້ຂາຍ ການຝາກຖອນ ແລະ ອື່ນໆ

 

 

Cr. Forex International Thailand

Forex (ຟໍເລັກ) ຫຍໍ້ມາຈາກຄຳວ່າ Foreign Exchange Market ຄື ຕະຫຼາດແລກປ່ຽນເງິນຕາລະຫວ່າງປະເທດ ຊື່ງເປັນຕະຫລາດທີ່ໃຫຍ່ທີ່ສຸດໃນໂລກ ຄວາມເປັນມາໃນອາດີດ ການຊື້-ຂາຍ ແລກປ່ຽນເງິນຕາຕ່າງປະເທດຈະເຮັດໂດຍທຸລະກຳທາງການເງິນຜ່ານລະບົບເຄືອຂ່າຍອິນເຕີແບັງ ສາມາດເຮັດໄດ້ໂດຍທະນາຄານໃຫຍ່ໆ ຂອງແຕ່ລະປະເທດເທົ່ານັ້ນ

what's Forex

ຕໍ່ມາໃນຊ່ວງສັດຕະວັດທີ 20 ຄື ປີ ຄສ 1990 ໄດ້ມີການເທຣດສະກຸນເງິນຜ່ານລະບົບເອເລັກໂຕນິກໂດຍຜ່ານບໍລິສັດໂບກເກີທີ່ມີ ແພັລຟອມເທຣດແບບອອນໄລ ແລະ ກໍ່ເປັນແບບ Real time ຈື່ງເຮັດໃຫ້ນັກລົງທຶນສາມາດເຂົ້າເຖິງຕະຫຼາດການລົງທຶນທີ່ຍິ່ງໃຫຍ່ລະດັບໂລກຢ່າງ Forex ໄດ້ໂດຍຕົງ ພຽງແຕ່ຄຳສັ່ງການຊື້-ຂາຍຍັງຕ້ອງເຮັດຜ່ານໂບກເກີ ເຊັ່ນ: ສົ່ງຄຳສັ່ງການຊື້-ຂາຍ ຜ່ານລະບົບຂໍ້ຄວາມໃນມືຖືໄປຍັງພະນັກງານຂອງບໍລິສັດໂບກເກີ ຈາກນັ້ນພະນັກງານຈື່ງນຳຄຳສັ່ງຊື້-ຂາຍ ດັ່ງກ່າວລົງໃນລະບົບຂອງບໍລິສັດ ໂດຍລະບົບຂອງບໍລິສັດມີການເຊື່ອມຕໍ່ໄປຍັງສູນກາງຂອງຕະຫຼາດຫຼັກຊັບໂດຍຕົງ

ຕໍ່ມາປີ ຄສ 1994 ເລີ່ມມີການໃຊ້ອິນເຕີເນັດຢ່າງແຜ່ຫຼາຍ ມີການຕິດຕໍ່ສື່ສານເຊື່ອມໂຍງກັນໄປທົ່ວໂລກ ມີຄວາມສະດວກວ່ອງໄວຂຶ້ນ ທາງບໍລິສັດຂອງໂບກເກີ ຈື່ງໄດ້ມີການປ່ຽນແປງການໃຫ້ບໍລິການໃນຮູບແບບໃຫມ່ຂຶ້ນ ໂດຍນຳເອົາລະບົບເຄືອຂ່າຍອິນເຕີເນັດມາໃຊ້ ເປີດເປັນເວັບໄຊ ໃຫ້ບໍລິການ ຊື່ງລູກຄ້າສາມາດວາງຄຳສັ່ງຊື້-ຂາຍ ໄດ້ໂດຍຕົງຜ່ານເວັບໄຊທີ່ກຳລັງອອນໄລຢູ່

ນັບຕັ້ງແຕ່ນັ້ນມາ ຈື່ງເຮັດໃຫ້ການລົງທຶນແລກປ່ຽນເງິນຕາຕ່າງປະເທດ Forex ໄດ້ຮັບຄວາມນິຍົມເພີ່ມຂຶ້ນມາເລື່ອຍໆ ມີການພັດທະນາຮູບແບບການເທຣດຢູ່ແພັລຟອມທີ່ທາງບໍລິສັດໂບກເກີ້ຈັດຫາກຽມໄວ້ໃຫ້ອຳນວຍຄວາມສະດວກແກ່ນັກລົງທຶນ

ນັກລົງທຶນ Forex ໃນລາວປະເທດລາວ

ວົງການ Forex ໃນປະເທດລາວ ປັດຈຸບັນມີກຸ່ມຄົນຈຳນວນຫນຶ່ງເຮັດການລະດົມທຶນ ຫລື ການຫລອກລວງໂດຍສວຍໃຊ້ຊື່ Forex ບັງຫນ້າໃນການກະທຳສິ່ງທີ່ບໍ່ດີເຮັດໃຫ້ວົງການ Forex ປັດຈຸບັນບໍ່ຫນ້າເຊື່ອຖືແລະກະແສຕອບຮັບທີ່ບໍ່ດີປານໃດ ລວມທັງນັກເທຣດ Forex ເອງທີ່ອາດສືກສາບໍ່ພຽງພໍເຂົ້າມາຕະຫລາດໄດ້ບໍ່ຮອດປີຢາກລວຍສຸດທ້າຍສູງເງິນຈຳນວນຫລາຍແລ້ວປະກາດວ່າ Forex ຫລອກລວງ ແຕ່ທັງນີ້ຈາກມຸມມືດຍັງແຟງມຸມດີໄປນຳ ຍັງມີນັກລົງທຶນແລະກຸ່ມຄົນຈຳນວນຫລາຍທີ່ຍັງລົງທຶນໃນຕະຫລາດແຫ່ງນີ້ ແລະ ສາມາດສ້າງ Gain ໄດ້ຢ່າງຕໍ່ເນື່ອງເຮັດໃຫ້ວົງການ Forex ໃນລາວຍັງຄົງຢັ້ງຢືນຕໍ່ໄປ ແລະ ຈະຍິ່ງໃຫຍ່ໃນອະນາຄົດ

Stock-kip-forex

ການລົງທຶນໃນຕະຫຼາດ Forex ສາມາດເຮັດການຊື້-ຂາຍ ອອນໄລຜ່ານແພັລຟອມໃນເຄືອຂ່າຍອິນເຕີເນັດທີ່ມີຄວາມໄວສູງ ນັກລົງທຶນສາມາດສະຫມັກເປີດບັນຊີກັບ Broker ຕ່າງປະເທດຕາມເວັບໄຊຕ່າງໆ ທີ່ມີໃຫ້ບໍລິການ ອີກທັ້ງອຸປະກອນສື່ສານເອເລັກໂຕນິກມີຄວາມທັນສະໄຫມ ບໍ່ວ່າຈະເປັນໂທລະສັບສະມາດໂຟນ, ແທັບເລັດ ແລະ ອື່ນໆ ທີ່ຮອງຮັບລະບົບປະຕິບັດການ windows, android ຫຼື ios ຫາກມີອຸປະກອນດັ່ງກວ່າກໍ່ສາມາດເທຣດອອນໄລຜ່ານແພັລຟອມ (ໂປຮແກຣມ MetaTrader 4,5) ໄດ້ຢ່າງສະບາຍ

ປັດຈຸບັນປະເທດລາວເຮົາກຳລັງຂະຫຍາຍສັນຍານອິນເຕີເນັດໄປທົ່ວປະເທດ ໃນອະນາຄົດນັກລົງທຶນ Forex ໃນລາວຈະເພີ່ມຂຶ້ນເລື້ອຍຢ່າງແນ່ນອນ

 

 

Cr. Forex International Thailand

ການເທຣດ Forex ຄື ການເກງກຳໄລຄ່າເງິນໃນຕະຫລາດແລກປ່ຽນເງິນຕາຕ່າງປະເທດ ສຳລັບມືໃຫມ່ຢາກເທຣດຟໍເຣັກ ( Forex ) ບໍ່ຮູ້ຈະເລີ່ມຕົ້ນຈາກບ່ອນໃດ ຄວາມຮູ້ພື້ນຖານ ແລະ ສິ່ງຈຳເປັນຕ້ອງມີ ວິທີເທຣດຟໍເຣັກ Forex ເຮັດແນວໃດ ບົດຄວາມນີ້ຈະນຳທາງໃຫ້ທ່ານເຂົ້າໃຈຕະຫຼາດ ເພື່ອເປັນ Trader Forex ທີ່ເຮັດກຳໄລໃນຕະຫຼາດ Forex ໄດ້ຢ່າງຖືກວິທີ ເທຣດ Forex ຄື ການເກງກຳໄລຄ່າເງິນ ບາງທີກໍ່ເອີ້ນວ່າ ເທຣດຄ່າເງີນ ຫຼຶ ຫຼິ້ນ Forex ຊື່ງເປັນການຫາກຳໄລຈາກສ່ວນຕ່າງຂອງລາຄາຊື້ ແລະ ລາຄາຂາຍຂອງສະກຸນເງິນຕ່າງໆ

forex_money_BuySell

1. ຄວາມຮູ້ພື້ນຖານໃນຕະຫຼາດ forex ມີຫຍັງແດ່?

2. ອຸປະກອນ ແລະ ເຄື່ອງມືທີ່ນັກເທຣດທີ່ຕ້ອງໃຊ້ມີຍັງແດ່?

  • ເອກະສານທີ່ໃຊ້ໃນການຢືນຢັນຕົວຕົນ
  • ຄອມພິວເຕີ PC, MAC ຫຼື ສະມາດໂຟນ, ແທັບເລັດ
  • ຕິດຕັ້ງໂປຣແກຣມເທຣດຊື່ວ່າ MetaTrader 4-5 (mt4,mt5) ຕິດຕັ້ງໄດ້ທັ້ງມືຖື ແລະ ຄອມພິວເຕີ IOS,Android,Windows

3. ເປີດບັນຊີເທຣດກັບໂບກເກີ Forex

  • ເປີດບັນຊີ ທົດລອງ (Demo) ເພື່ອເຝິກທົດລອງເທຣດ ເພື່ອຮຽນຮູ້ ແລະ ຝຶກໃຊ້ໂປຣແກຣມໃຫ້ຊຳນານ
  • ເປີດບັນທີແທ້ (Real) ເທຣດເງິນແທ້

4. ຄວາມຮູ້ ແລະ ເທັກນິກຕ່າງໆ ເພື່ອໃຊ້ໃນການເທຣດ

  • ເຂົ້າໃຈຄຳສັບທີ່ໃຊ້ໃນຕະຫຼາດ Forex ແລະ ໂປຣແກຣມ MT4
  • ຮູ້ຈັກຕິດຕາມຫົວຂໍ້ ຂ່າວເສດຖະກິດ ຂ່າວສຳຄັນ ທັ້ງໃນ ແລະ ຕ່າງປະເທດ
  • ມີຄວາມຮູ້ພື້ນຖານການລົງທຶນທົ່ວໄປຢູ່ແລ້ວ ເຂົ້າໃຈການລົງທຶນ
  • ເບິ່ງກຣາບເປັນ ແລະ ສາມາດວິເຄາະເທັກນິກພື້ນຖານທົ່ວໄປໄດ້
  • ຮູ້ຈັກເຄື່ອງມືເພື່ອຊ່ວຍວິເຄາະປັດໃຈພື້ນຖານ ແລະ ເທັກນິກ

ຫຼັງຈາກທີ່ໄດ້ທຳການເທຣດເງິນຈິງແລ້ວໄປໃນໄລຍະຫນື່ງ ລວມທັ້ງໄດ້ເກັບກ່ຽວປະສົບການມາເລື່ອຍໆຕາມລຳດັບເຮົາຄວນມີການປະເມີນຜົນ (ການເທຣດ) ທີ່ຜ່ານມາວ່າ ມີຂໍ້ດີ ຂໍ້ເສຍແນວໃດ ເພື່ອຈະໄດ້ພັດທະນາ ປັບປຸງແກ້ໄຂໃຫ້ດີຂຶ້ນ ຮູ້ຈັກໃຊ້ເຄື່ອງມືວິເຄາະທາງດ້ານເທັກນິກ ຫຼື ອິນດີ້ (Indicator) ຕ່າງໆ ຊື່ງປົກກະຕິເຄື່ອງມືຫຼັກ ຫຼື ອິນດິ (Indicator) ດັ່ງກວ່າຈະມີແຖມມາໃຫ້ໃນໂປຣແກຣມ MT4 ຄົບຢູ່ແລ້ວ ປົກກະຕິໂບກເກີຊັ້ນນຳສ່ວນໃຫຍ່ຈະມີໃຫ້ບໍລິການຊິກແນວ (Signal) ຫຼື ສັນຍານການເທຣດເພື່ອປະກອບໃນການຕັດສິນໃຈອີກທັ້ງໃນແພັດຟອມ MT4 ຈະມີທີ່ເປັນທີ່ນິຍົມຫຼັກໆຈະມີຢູ່ສອງຄ້າຍຄື Trading Central ກັບ Autochartist ນັ້ນເອງ

ສິ່ງສຳຄັນທີ່ເທຣດເດີ້ຕ້ອງຄຳນືງເຖິງຢູ່ຕະຫຼອດຄືການມີ MM (Money Management) ຫຼື ຫຼັກການບໍລິຫານຄວາມສ່ຽງທີ່ດີ

ຫຼັກການບໍລິຫານຄວາມສ່ຽງທີ່ດີຄື

  • ການເທຣດທີ່ເປັນຕົວຂອງເຮົາເອງ ຄື ສາມາດຮຽນຮູ້ການໃຊ້ກຣາບທາງເທັກນິກຊ່ວຍໃນການຕັດສິນໃຈ ຫຼື ຮູ້ຈັກໃຊ້ indicator ເປັນຕົວຊີ້ຈັງຫວະທີ່ຈະເຂົ້າ ຫຼື ອອກຈາກຕະຫຼາດ
  • ໃຊ້ລະບົບເທຣດທີ່ເຫມາະສົມເຊັ່ນ: ການໃຊ້ລະບົບເທຣດອັດຕະໂນມັດ EA ( Expert Advisor ) ເພື່ອຫຼີກລ້ຽງການເທຣດດ້ວຍອາລົມ
  • ວາງແຜນການເທຣດໃຫ້ຊັດເຈນເຊັ່ນ: ຄາດການ ຫຼື ວາງເປົ້າກຳໄລໄວ້ເທົ່າໃດ? ເມື່ອໃດຈະເຂົ້າຕະຫຼາດ? ຈະລົງທຶນເທົ່າໃດ? ຫາກບໍ່ເປັນໄປຕາມແຜນແລ້ວກຳນົດ Stop loss ຊ່ວງໃດ?
  • ມີການບໍລິຫານເງິນທຶນທີ່ດີເຊັ່ນ: ແບ່ງເງິນທຶນເປັນອັດຕາສ່ວນ ແລ້ວທະຍອຍເທຣດໄປເທື່ອລະສ່ວນ
  • ເທຣດຢ່າງມີວິໃນເຊັ່ນ: ເທຣດຕາມແຜນບໍ່ເທຣດຕາມອາລົມ ເພາະຄວາມໂລບອາດເຮັດໃຫ້ກຳໄລຫາຍຫມົດ ຫຼື ບາງທີຄວາມຢ້ານອາດຈະເຮັດໃຫ້ພາດໂອກາດກຳໄລທີ່ງາມໄປໄດ້

 

 

Cr. Forex International Thailand