ການຊື້ຂາຍ forex ສາມາດເປັນວຽກເສີມ ຫຼື ວຽກເຕັມເວລາ, ແຕ່ບໍ່ແມ່ນທຸກຄົນທີ່ຈະສາມາດເກັ່ງໄດ້ເນື່ອງຈາກວ່າມັນຈະຕ້ອງການທັງການຝຶກຜົນ ແລະ ທັກສະພິເສດຫຼາຍຢ່າງ.

ນີ້ແມ່ນ 8 ທັກສະທີ່ສໍາຄັນທີ່ນັກລົງທຶນລາຍໃຫຍ່ທຸກຄົນໄດ້ມີການແບ່ງປັນປະສົບການດັ່ງນີ້:

1. ມີແນວຄິດການວິເຄາະທີ່ຫຼັກແຫຼມ

ຕະຫຼາດ Forex ແມ່ນກ່ຽວກັບຕົວເລກທັງໝົດ, ທ່ານຈະບໍ່ສາມາດຫລົບຫນີຈາກຕົວເລກໄປໄດ້ ໃນຖານະ ທ່ານ ເປັນນັກເທຣດ ທ່ານຈໍາເປັນຕ້ອງສາມາດອ່ານ ແລະ ວິເຄາະຂໍ້ມູນໄດ້ຢ່າງໄວວາ; 

ເຄື່ອງມືອັດຕະໂນມັດ ສາມາດຊ່ວຍປ່ຽນຕົວເລກໃຫ້ກາຍເປັນກາຟ ແລະ ແຜນວາດຕ່າງໆໄດ້, ແຕ່ເຖິງຢ່າງໃດກໍ່ຕ່າມ ທ່ານຍັງຕ້ອງການຄວາມສາມາດໃນການວິເຄາະເພື່ອໃຫ້ເຂົ້າໃຈຂໍ້ມູນເຫຼົ່ານັ້ນ ແລະ ສາມາດ ຫາຮູບແບບ ແລະ ແນວໂນ້ມຂອງຕະຫຼາດໄດ້; 

ທັກສະການວິເຄາະ ແລະ ແນວທາງດ້ານຄະນິດສາດທີ່ແຂງແກ່ງນັ້ນ ແມ່ນຈະຊ່ວຍໃຫ້ທ່ານ ວິເຄາະ ຄູ່ເງີນ ໄດ້ຢ່າງວ່ອງໄວ ແລະ ຊ່ວຍຄິດໄລ່ທັງກຳໄລ ແລະ ການຂາດທຶນ ທີ່ຈະເປັນໄປໄດ້ ເຊິ່ງຈະເຮັດໃຫ້ ທ່ານ ໄດ້ຕັດສິນໃຈວ່າ ທ່ານ ຄວນຈະເທຣດເທົ່າໃດ; 

ດັ່ງນັ້ນ, ເພື່ອຈະເຂົ້າໃຈຫຼັກການ ການເທຣດ ໃນຮູບແບບຕ່າງໆ ແລະ ການສ້າງກົນລະຍຸດທີ່ຈະສ້າງກຳໄລ ທ່ານ ຈຳເປັນຕ້ອງມີຫຼັການໃນການວິເຄາະທີ່ຫຼັກແຫຼມ.

ສະຫຼຸບໄດ້ວ່າ: ຫາກ ທ່ານ ສາມາດໄຈ້ແຍກຂໍ້ມູນຕ່າງໆ ໄດ້ຢ່າງວ່ອງໄວ ແມ່ນແຫ່ງງ່າຍ ທ່ານ ກໍ່ຍິ່ງຈະເກັງຫຼາຍຂື້ນ ໃນການແປງໂຕເລກຕ່າງໆ ໃຫ້ການເປັນຫົວໜ່ວຍເງີນ ດອນລາ. 

  1. ຄວາມດຸໝັ່ນ, ການເອົາໃຈໃສ່ ໃນການເກັບກຳຂໍ້ມູນ

ເພື່ອທີຈະຝຶກຜົນ ທັກສະໃນການວິເຄາະຂອງ ທ່ານ ທ່ານຕ້ອງຈຳເປັນນໍາໃຊ້ຂໍ້ມູນຢ່າງຫຼວງຫຼາຍ, ຂໍ້ມູນເຫຼົ່ານີ້ ຄວນຈະຕ້ອງຖືກຕ້ອງ ລະອຽດທີ່ຖ້ວນ ແລະ ຖືກຈັດເກັບຢ່າງເໝາະສົມ ເຊິ່ງຈຳເປັນຕ້ອງອາໃສການບັນທຶກທີ່ລະອຽດ ແລະ ຄວາມດຸໝັ່ນຂອງຕົວ ທ່ານ ເອງ; 

ການບັນທຶກທີ່ລະອຽດຂອງກິດຈະກຳການລົງທຶນຂອງ ທ່ານ ທັງໝົດຈະຊ່ວຍໃຫ້ທ່ານເຫັນພາບລວມການເທຣດ ແລະ ຍັງຊ່ວຍໃຫ້ເຫັນພາບລວມໃນອາດີດ ທີ່ຈຳເປັນຈະຕ້ອງວິເຄາະເຖິງປະສິດທິພາບເຖິງວິທີການເທຣດຂອງ ທ່ານ; 

ຂໍ້ມູນເຫຼົ່ານີ້ຊ່ວຍໃຫ້ ທ່ານ ມີຂໍ້ມູນທີ່ລະອຽດທີ່ຈະເຮັດໃຫ້ ທ່ານ ຫາໂອການທີ່ດີໃນຕະຫຼາດການເທຣດໄດ້ ລວມເຖິງສິ່ງທີ່ ທ່ານ ຄວນເພີ່ມໃນເທັກນິກ ເພື່ອໃຊ້ໃນການເທຣດ ໃຫ້ໄດ້ຜົນກຳໄລຫຼາຍຍິ່ງຂື້ນ; 

ສະຫຼຸບໄດ້ວ່າ: ສິ່ງຕ່າງໆ ສາມາດປ່ຽນແປງໄດ້ຢ່າງສັບສົນ ແລະ ວອງໄວ ໂດຍສະເພາະໃນຕະຫຼາດ Forex ທ່ານ ຈຳເປັນຕ້ອງຕິດຕາມຂໍ້ມູນຕ່າງໆຕະຫຼອດ ກ່ອນທີ່ ທ່ານຈະຫຼົງທາງ. 

  1. ວິໄນ

ເຖິງແມ່ນວ່າກົນລະຍຸດການເທຣດທີ່ດີ ແຕ່ອາດຈະບໍ່ມີຄວາມໝາຍເລີຍ ຖ້າຫາກ ທ່ານ ບໍ່ມີວິໄນເຮັດຕາມກົນລະຍຸດຂອງທ່ານ ເອງ; 

ການມີວິໄນຈະສຳຄັນຍິ່ງຂື້ນ ທ່ານ ຕ້ອງປະເຊີນກັບບັນຫາໃນແຕ່ລະມື້ໃນການລົງທຶນ ການມີວິໄນຈະຊ່ວຍໃຫ້ທ່ານ ບໍ່ຫຼົງທາງຈາກແຜນຂອງ ທ່ານ ເອງໃນທ່າມກາງຄວາມສັບວຸ້ນວາຍຂອງຕະຫຼາດ; 

ສະຫຼຸບໄດ້ວ່າ: ຄວນຈະຈົດບັນທຶກການເທຣດ ຂອງທ່ານໃຫ້ຖືກຕ້ອງໜ້າເຊື່ອຖື ເພາະມັນຈະບົງບອກໄດ້ວ່າ ທ່ານ ມີວິໄນພໍທີ່ຈະເຮັດໄປຕາມແຜນຂອງ ທ່ານ ເອງ ຫຼື ຫຼົງທາງພາຍໄຕ້ຄວາມສັບສົນວຂອງຕະຫຼາດ.

  1. ຄວາມໝັ້ນຄົງທາງຈິດໃຈ ແລະ ຄວາມອົດທົນ

ຕະຫຼາດ Forex ມີຄວາມຜັນຝວນສູງ ສາມາດສ້າງຄວາມຕິງຄຽດໄດ້ ສະນັ້ນ, ຈິ່ງຈໍາເປັນຕ້ອງອາໃສຄວາມອົດທົນ ຄືກັນກັບນັກແລ່ນມາລາທອນ;

ຖອຍຫຼັງອອກມາຖ້າຫາກ ທ່ານ ຮູ້ສຶກເລີມທີ່ຈະຄວບຄຸມອາລົມບໍ່ຢູ່ ບໍ່ຈຳເປັນຕ້ອງອາຍທີ່ຈະອອກຈາກຕະຫຼາດການລົງທຶນມາກ່ອນ ແລ້ວກັບເຂົ້າໄປໃນຕະຫຼາດໃໝ່ ເມື່ອທ່ານຮູ້ສຶກກັບມາເປັນປົກກະຕິ;

ສະຫຼຸບໄດ້ວ່າ: ການຝຶກສະມາທິສາມາດຊ່ວຍໃຫ້ທ່ານ ຮູ້ສຶກຈິດໃຈປອດໂປ່ງຈາກຄວາມວຸ້ນວາຍ ແລະ ສ້າງໃຫ້ຈິດໃຈເຮົາມີເກະປ້ອງທາງດ້ານຈິດໃຈຂອງ ທ່ານ ໃຫ້ຕ້ານທານຕໍ່ສະພາບການຂອງຕະຫຼາດທີ່ໂຫດຮ້າຍ ແລະ ຍັງຈະຊ່ວຍໃຫ້ທ່ານ ຫຼຸດຄວາມວິຕົກກັງວົນ ແລະ ໃຫ້ມີສະມາທິສຸມໃສ່ຫຼາຍຂື້ນ.

  1. ຮູ້ຈັກພື້ນຖານ

ທ່ານ ຈະບໍ່ສາມາດເທຣດ Forex ໄດ້ຫ້າກບໍ່ມີຄວາມເຂົ້າໃຈພື້ນຖານກ່ອນ;

ລອງເຮັດການສຶກສາ ຮຽນຮູ້ຕະຫຼາດ ແລະ ເຂົ້າໃຈສັບທີ່ໃຊ້ສະເພາະ ເຊິ່ງຈະຕ້ອງໃຊ້ເວລາ ແລະ ການຝຶກຝົນ;

Platform ການເທຣດຢ່າງ XM ເຊິ່ງຈະຊ່ວຍໃຫ້ທ່ານ ສາມາດ ໃຊ້ບັນຊີທົດລອງ ໃນການເທຣດ ໃນການຈຳລອງການເທຣດຕະຫຼາດແທ້ ໂດຍທີ່ບໍ່ຕ້ອງໃຊ້ເງີນແທ້ໃດໆ ແລະ ຍັງມີບັນຊີ UltraLow ບໍລິການ ທີ່ມີຄ່າສະເປຣດທີ່ຕໍ່າ ແລະ ມີຫຼາກຫຼາຍກິດຈຳກຳໄວ້ຄອຍບໍລິການທ່ານ ໃຫ້ເຂົ້າເຖິງການລົງທຶນ;

ສະຫຼຸບໄດ້ວ່າ: ເມື່ອທ່ານມີຄວາມຮູ້ພື້ນຖານໃນການເທຣດ Forex ດີແລ້ວ ທ່ານສາມາດລອງຮຽນຮູ້ໃນການເທຣດ ຄຸ່ເງີນ, ສິນຊັບ, ສິນຄ້າ, ແຮ່ທາດ ອື່ນໆ… ຫຼາຍກວ່າ 1 ຄູ່ໄດ້.

  1. ໃຈເຢັນ ແລະ ມີສະມາທິ

ເຖິງແມ່ນວ່າເລື່ອງນີ້ແມ່ນຈະເວົ້າໄວ້ຢ່າງຈະແຈ້ງແລ້ວກໍ່ຕາມ ແຕ່ນັກເທຣດ Forex ເອງຄວນມີຄວາມສະຫງົບໃນຈິດໃຈ ແລະ ໃຈເຢັນ ເຖິງແມ່ນວ່າຈະປະເຊີນກັບຄວາມສັບສົນຂອງຕະຫຼາດກໍ່ຕາມ;

ຫາກປ່ອຍອາລົມຄອບງຳໃນການເທຣດ ສຸດທ້າຍຈະເຮັດໃຫ້ທ່ານຕັດສິນໃຈຍາກຂື້ນ ເຊິ່ງຈະເຮັດໃຫ້ ທ່ານ ຂາດທຶນຫຼາຍຂື້ນກ່ອນເກົ່າ; 

ສະຫຼຸບໄດ້ວ່າ: ຕ້ອງມີຄວາມໝັ້ນໃຈວ່າ ທ່ານ ບໍ່ເອົາອາລົມເຂົ້າໃນການເທຣດຮ ໄດ້ຕັ້ງຈຸດເຂົ້າຈຸດອອກ ໃຫ້ເປັນທີ່ຮຽບຮ້ອຍ ແລະ ໃຫ້ມີສິ່ງເຫຼົ່ານີ້ນຳທາງໃນການເທຣດ ທ່ານ ດັ່ງນັ້ນ ທ່ານ ກໍ່ຈະບໍ່ເທຣດດ້ວຍຄວາມກົດດັນ;

  1. ຄວາມອົດທົນຈະເຮັດໃຫ້ທ່ານປະສົບຄວາມສຳເລັດ

ເມື່ອທ່ານຕັ້ງຈຸດເຂົ້າຈຸດອອກແລ້ວ ທ່ານກໍ່ພຽງແຕ່ອົດທົນເພື່ອໃຫ້ລາຄາເຖິງຈຸດເຫຼົານັ້ນ;

ຕ້ອງມີຄວາມອົດທົນທີ່ເຮັດຕາມແຜນ ບໍ່ວ່າສພະພາບຕະຫຼາດຈະເປັນແນວໃດກໍ່ຕາມ; 

ບໍ່ວາຈະມີຄວາມຮູ້ ຫຼື ປະສົບການຫຼາຍເທົ່າໃດ ກໍ່ບໍ່ສາມາດຄາດເດົາການເຄື່ອນໄຫວຂອງຄ່າເງີນໄດ້ຖືກຕ້ອງຮ້ອຍເປີເຊັນໄດ້; 

ທ່ານ ເຮັດໄດ້ແຕ່ການກຽມຄວາມພ້ອມກັບສະຖານະການຕ່າງໆ ແລະ ມີຄວາມອົດທົນພໍ ທີ່ຈະເຮັດຕາມແຜນການເທຣດຂອງທ່ານ; 

ສະຫຼຸບໄດ້ວ່າ: ພ້ອມປັບໂຕທ່ານເອງສະເໝີ ແລະ ຕັ້ງເປົ້າທີ່ຈະພັດທະນາ ປະເມີນກົນລະຍຸດການເທຣດຂອງ ທ່ານ ແລະ ຄ່ອຍປັບຢ່າງຕໍ່ເນື່ອງຫາກຈຳເປັນ ຄວາມອົດທົນເປັນກຸນແຈສຳຄັນທີ່ຈະເຮັດໃຫ້ ທ່ານ ພ້ອມຮັບມືໄດ້ທຸກສະຖານະການ.

  1. ບໍ່ເຄີຍຢຸດທີ່ຈະເຊື່ອ

ບໍ່ວ່າຈຕະຫຼາດຈະບໍ່ດີ ຫຼື ວຸ້ຍວາຍແນວໃດກໍ່ຕາມ ທ່ານ ຕ້ອງມີຄວາມໝັ້ນໃຈໄວ້ກ່ອນ;

ທ່ານໄດ້ລົງທຶນທັງເລລາ, ສະຕິປັນຍາ ແລະ ເຫື່ອແຮງ ສ້າງຄວາມສາມາດໃນການເທຣດຂອງທ່ານ ທ່ານ ກໍ່ຄວນຈະເຊື່ອໃນຄວາມຮູ້ຂອງ ທ່ານ ເອງ ເພາະຄວາມຮູ້ຂອງ ທ່ານ ຈະຊ່ວຍໃຫ້ ທ່ານ ກ້າວຂ້າມຜ່ານຄວາມຝັນຝວນຂອງຕະຫຼາດໄດ້;

ທ່ານ ອາດຈະເຄີຍຮູ້ສຶກ ຢາກຈະລຶບຖີມເທັກນິກຂອງ ທ່ານ ເອງ ເມື່ອທຸກຢ່າງບໍ່ເປັນໄປຕາມແຜນ ເຊິ່ງການເຊື່ອໃນຕົວເອງຖືເປັນກຸນແຈສຳຄັນໃນເລື່ອງນີ້;

ສະຫຼຸບໄດ້ວ່າ: ສ້າງໂຕຕົນຂອງທ່ານເອງໃນຖານະນັກເທຣດ ແລະ ຮູ້ເປົ້າໝາຍທີ່ແທ້ຈິງຂອງກົນລະຍຸດຂອງ ທ່ານ ສຸມໃສ່ເປົ້າໝາຍຂອງ ທ່ານ ເອງ ເພາະມີແຕ່ ທ່ານ ເອງເທົ່ານັ້ນທີ່ຈະຕັດສິນໃຈໄດ້ເອງວ່າ ທ່ານ ສາມາດຮັບຄວາມສ່ຽງໄດ້ໜ້ອຍ ຫຼາຍພຽງໃດ.

ການເທຣດ Forex ມີຄວາມສ່ຽງຕໍ່ເງີນລົງທຶນຂອງທ່ານ ອ່ານ ແລະ ເຮັດຄວາມເຂົ້າໃຈກັບຂໍ້ມູນຄວາມສ່ຽງຂອງທ່ານກ່ອນ.

ເປີດບັນຊີກັບ XM ເພື່ອຄົ້ນຫາຫຼັການປະຕິບັດເຫຼົ່ານີ້ເພື່ອຊ່ວຍໃຫ້ທ່ານ ເຮັດການຊື້-ຂາຍ ໃຫ້ໄດ້ຜົນກຳໄລ.