ຄວາມເຄີຍຊິນ ຫຼື ນິໄສ !
ກ່ອນອື່ນໝົດເຮົາມາທຳຄວາມຮູ້ຈັກຄວາມເຄີຍຊິນ ຫຼື ນິໄສ ກັນກ່ອນ ຄວາມເຄີຍຊິນໃນທີ່ນີ້ແມ່ນໝາຍເຖິງການກະທຳຊໍ້າໆໃນສະຖານະການລັກສະນະເດີມໆ. ຊຶ່ງຄວາມເຄີຍຊິນ ຫຼື ນິໄສ ຈະຢັ່ງຮາກລົງເລິກໂດຍທີ່ເຮົາບໍ່ຮູ້ເທົ່າທັນມັນ ຖ້າຫາກເປັນຄວາມເຄີຍຊິນລົບໆແມ່ນຈະສ້າງຄວາມພິນາດແກ່ທຸກໆກິດຈະກຳທີ່ເຮົາເຮັດຈົນບໍ່ສາມາດເດີນທາງໄປຫາເປົ້າໝາຍໄດ້ຈັກເທື່ອ.
ຊຶ່ງໃນວົງການເທຣດນີ້, ຄວາມເຄີຍຊິນລົບໆແມ່ນຈະເປັນໂຕລາກແກ່ບັນດານັກເທຣດໃຫ້ໄປຕິດກັບດັກຂອງຕະຫຼາດຈົນຢາກທີ່ຈະກັບຕົວກັບໃຈ ແລະ ກໍ່ພົບຈຸດຈົບ ຫຼື ເຈັ້ງໃນທີ່ສຸດ. ສະນັ້ນ, ໃນວົງການເທຣດນີ້ ນອກຈາກນັກເທຣດຕ້ອງໄດ້ສະແຫວງຫາແຫຼ່ງຄວາມຮູ້ຝຶກຝົນຝີມືໃນການເທຣດຈົນເກີດຄວາມແມ້ນສູງແລ້ວ ຍັງຈະຕ້ອງມາຕໍ່ສູ້ກັບຄວາມເຄີຍຊິນລົບໆໃນການເທຣດຂອງຕົວເອງ ມີຄືດັ່ງນີ້:
1. ມີຄວາມເທຣດແມ້ນຢູ່ ແຕ່ຕົວຈິງພັດເຂົ້າໄວເກີນຈຸດທີ່ຄວນເຂົ້າ ບໍ່ມີຄວາມອົດທົນ. ເຮັດແບບນີ້ຊໍ້າໆກໍ່ກາຍເປັນຄວາມເຄີຍຊິນ ແກ້ໄຂຢາກ
2. ຮູ້ຫຼັກການບໍລິຫານພອດຢູ່ ແຕ່ຕົວຈິງພັດເຂົ້າ LOT ໃຫ່ຍແບບບໍ່ມີຫຼັກການ ເກີດຄວາມຢາກໄດ້ຫຼາຍເກີນຄວາມສ່ຽງທີ່ຈະຮັບໄດ້ ສຸດທ້າຍເຮັດໃຫ້ຕິດກັບດັກຕະຫຼາດ. ເມື່ອເຮັດແບບນີ້ຊໍ້າໆ ກໍຈະກາຍເປັນນິໄສ ຄວາມເຄີຍຊິນ ແບບບໍ່ຮູ້ຕົວ
3. ຊະນະຫຼາຍໄມ້ຕິດຕໍ່ກັນ ເຮັດໃຫ້ເງິນໃນພອດເພີ່ມຂຶ້ນ ເກີດຄວາມຍຶດຕິດເງິນໃນພອດທີ່ມີຢູ່ ຈຶ່ງສົ່ງຜົນເຮັດໃຫ້ຕໍ່ມາເສຍພຽງໄມ້ດຽວ ເລີຍເກີດຄວາມເສຍດາຍ ຈຶ່ງເຮັດໃຫ້ເຂົ້າໄປໄລ່ຕະຫຼາດໂດຍຂາດສະຕິໃນການວິເຄາະການເຂົ້າຢ່າງອຽດລະອໍ ແລະ Lot ທີ່ສາມາດເຂົ້າໄດ້ຕາມຄວາມສາມາດຂອງຕົນເອງຢ່າງແທ້ຈິງ
4. ແລະ ອື່ນໆ
ວິທີການແກ້ໄຂ “ຄວາມເຄີຍຊິນລົບໆ”
1. ຮຽນຮູ້ຫຼັກການວິເຄາະ ແລະ ບໍລິຫານພອດໃຫ້ແໜ້ນໆ
2. ທຸ້ມເທ່ເຮັດໃນສິ່ງທີ່ຮຽນມາ ແລະ ຮູ້ ໃຫ້ສຳເລັດກ່ອນ ບໍ່ຟ້າວເສຍເວລາ ຫຼື ເສຍສະມາທິນໍາຫຼັກການອື່ນໆຫຼາຍເກີນຄວາມຈໍາເປັນ ເພາະຖ້າບໍ່ດັ່ງນັ້ນ ຈະເຮັດໃຫ້ນັກເທຣດບໍ່ແຕກສານຫຍັງຈັກຢ່າງ ຫຼື ອາດໃຊ້ເວລາຫຼາຍໆປີກວ່າຈະສໍາເລັດໃນສິ່ງທີ່ຕົນເອງຮູ້;
3. ຝຶກສະມາທິ ສະໝໍ່າສະເໝີ: ເພາະເປັນຕົວເສີມສ້າງຄວາມແຂງແກ່ງໃຫ້ສະຕິ ເມື່ອມີສະຕິທີ່ສູງຂຶ້ນ ກໍ່ຈະຮູ້ເທົ່າທັນຄວາມເຄີຍຊິນລົບໆຂອງຕົວເອງ – ເມື່ອຮູ້ເທົ່າທັນຄວາມເຄີຍຊິນລົບໆຂອງຕົວເອງ ເຮົາກໍ່ຈະບໍ່ເຮັດໃນສິ່ງທີ່ມັນບໍ່ດີ ແລະ ສຸດທ້າຍກໍ່ຈະເຂົ້າຕະຫຼາດໃນຈຸດທີ່ແມ້ນຂຶ້ນ ໂດຍວາງ Lot size ຢ່າງຖືກຕ້ອງຕໍ່ເນື່ອງຈົນສຳເລັດໃນເປົ້າໝາຍ;
*ໝາຍເຫດ: ສະມາທິມີຫຼາຍລະດັບ ດັ່ງນັ້ນ, ຈຶ່ງເຮັດໃຫ້ແຕ່ລະຄົນມີລະດັບສະຕິສູງຕໍ່າແຕກຕ່າງກັນ ໂດຍຂຶ້ນກັບຄວາມດຸໝັ່ນໃນການຝຶກຝົນຫຼໍ່ຫຼອມຂອງແຕ່ລະຄົນ ວ່າຝຶກຫຼາຍໜ້ອຍຊໍ່າໃດ.
4. ສະຕິ ປຽບດັ່ງແຜນທີ່ເປົ້າໝາຍ, ວິໄນ ປຽບດັ່ງລົດ, ຄວາມແມ້ນ ປຽບດັ່ງນໍ້າມັນລົດ ຊຶ່ງທັງສາມຢ່າງນີ້ຕ້ອງມີຄູ່ກາຍນັກເທຣດ ຈຶ່ງຈະສາມາດໄປຮອດຈຸດໝາຍປາຍທາງໄດ້. ສະນັ້ນ, ນັກເທຣດລະດັບແນວໜ້າຂອງໂລກຈະໃຫ້ຄວາມສໍາຄັນທີ່ Mindset ເປັນອັນດັບໜຶ່ງ, ອັນດັບສອງແມ່ນ ບໍລິຫານພອດ, ສ່ວນອັນດັບສຸດທ້າຍແມ່ນຄວາມແມ້ນ
Cr. Coach To