ຈຸດປະສົງການຝຶກສະມາທິສຳລັບການເທຣດ :
– ແມ່ນເພື່ອເຮັດໃຫ້ສະໝອງປະມວນຜົນໄດ້ໄວຂຶ້ນໃນນາທີທີ່ໄດ້ສຳຜັດ ແລະ ເຫັນການເຄື່ອນໄຫວຂອງກຣາຟ ວ່າປັດຈຸບັນຄວນໃຊ້ຫຼັກການໃດໃນການເທຣດ
– ເຮັດໃຫ້ຮູ້ເທົ່າທັນຄວາມໂລບ, ໂກດ, ຄວາມຫຼົງໄຫຼໃນຕົວເອງ ທີ່ເກີດຂຶ້ນໃນຕະຫຼາດ ເມື່ອຮູ້ເທົ່າທັນຄວາມໂລບ, ໂກດ ແລະ ຫຼົງ ແລ້ວ ຕົວສະຕິຈະຊ່ວຍເຮັດໃຫ້ນັກເທຣດຢູ່ໃນກອບຂອງຄວາມເໝາະສົມຕະຫຼອດສະຖານະການ
– ເພື່ອເສີມສ້າງໃຫ້ການວິເຄາະມີຄວາມແມ້ນຍໍ່າຕົງເປົ້າຂຶ້ນເທື່ອລະກ້າວ ແລະ ລະອຽດຮອບຄອບ
– ເພື່ອຜ່ອນຄາຍຮ່າງກາຍ ແລະ ຈິດໃຈ ຊຶ່ງຈະເຮັດໃຫ້ການເທຣດເປັນໄປດ້ວຍຄວາມສະບາຍໆ ຜ່ອນຄາຍ ຊິວໆ. ໄດ້ກຳໄລກໍ່ຜ່ອນຄາຍ ເຖິງຈະເສຍກໍ່ຜ່ອນຄາຍ
– ເຮັດໃຫ້ສາມາດຢູ່ລອດໃນຕະຫຼາດໄດ້ຢ່າງຍືນຍາວ
– ເຮັດໃຫ້ວິໄນມີປະສິທິພາບ ແລະ ສາມາດບັນລຸເປົ້າໝາຍທີ່ຕັ້ງໄວ້ໃນທີ່ສຸດ
——————————————
ລະດັບຂອງສະມາທິ ມີທັງໝົດ 9 ລະດັບຄື:
1. ປະຖົມມະຊານ
2. ທຸຕິຍະຊານ
3. ຕະຕິຍະຊານ
4. ຈະຕຸຖະຊານ
5. ອາກາສານັນຈາຍະຕະນະ
6. ວິນຍານັນຈາຍະຕະນະ
7. ອາກິນຈັນຍາຍະຕະນະ
8. ເນວະສັນຍານາສັນຍາຍະຕະນະ
9. ສັນຍາເວທຍິຕະນິໂຣດ
———————————————–
ວິທີການຝຶກຂັ້ນພື້ນຖານ:
1. ຫາສະຖານທີ່: ປ່າ ຫຼື ກ້ອງຮົ່ມໄມ້ ຫຼື ເຮືອນສະຫງົບ (ປາສະຈາກສຽງຟົດຟື້ນ ຫຼື ສິ່ງຕ່າງໆລົບກວນ, ຫຼື ບ້ານຕົນເອງກໍ່ໄດ້ ແຕ່ເລືອກຝຶກໃນຊ່ວງທີ່ບໍ່ມີສິ່ງລົບກວນເຊັ່ນຕອນເດິກ ຫຼື ໃກ້ແຈ້ງ)
2. ຈາກນັ້ນ, ນັ່ງຄູ້ຂາເຂົ້າມາໂດຍຮອບ (ນັ່ງຂັດສະໝາດໃນທ່າທີ່ສະບາຍໆ)-ຕັ້ງກາຍຕົງດຳລົງສະຕິສະເພາະໜ້າ-ກຳໜົດຮູ້ລົມຫາຍໃຈເຂົ້າອອກ. ເມື່ອຫາຍໃຈເຂົ້າຍາວກໍ່ຮູ້ ອອກຍາວກໍ່ຮູ້; ເມື່ອຫາຍໃຈເຂົ້າສັ້ນກໍ່ຮູ້ ຫາຍໃຈອອກສັ້ນກໍ່ຮູ້.
3. ເມື່ອຄິດເຖິງສິ່ງອື່ນ ໃຫ້ຮິບຖິ້ມຄວາມຄິດ ແລ້ວມາຢູ່ກັບລົມຫາຍໃຈໂດຍໄວ
ໝາຍເຫດ:
– ນອກຈາກນັ້ນ, ຍັງສາມາດຝຶກໄດ້ຕະຫຼອດວັນ ໂດຍໃຫ້ຮູ້ລົມຫາຍໃຈເຂົ້າອອກໃນຊ່ວງທີ່ເໝາະສົມ ໂດຍບໍ່ຈຳເປັນຕ້ອງຫາສະຖານທີ່ ຫຼື ນັ່ງຂັດສະໝາດ
– ນອກຈາກຮູ້ລົມຫາຍໃຈແລ້ວ ຍັງສາມາດກໍາໜົດສະຕິຢູ່ກັບການກະທໍາໝົດວັນ ກໍ່ໄດ້ ເຊັ່ນ: ຂັບລົດ ກໍ່ໃຫ້ມີສະຕິຢູ່ກັບການຂັບລົດ ຖ້າຄິດເລື່ອງອື່ນ ແມ່ນໃຫ້ຮີບກັບມາທີ່ການຂັບລົດ, ການກິນ, ຍ່າງ, ນັ່ງ, ນອນ, ເຮັດວຽກງານ ອື່ນໆກໍ່ເຊັ່ນກັນ ແມ່ນໃຫ້ພະຍາຍາມຈົດຈໍກັບສິ່ງໃດໜຶ່ງທີ່ກຳລັງເຮັດໃຫ້ສຳເລັດກ່ອນເຮັດອັນອື່ນ.
– ເມື່ອໝັ່ນຝຶກສະໝໍ່າສະເໝີແລ້ວ ກໍ່ຈະເຮັດໃຫ້ສະຕິມີຄວາມເຂັ້ມແຂງຂຶ້ນ ເໝາະແກ່ການໃຊ້ງານໃນທຸກໆສະຖານນະການ
Cr. Coach To